ອີ​ຢູ ແລະ ແບນ​ຊິກ ສົມ​ທົບ​ກັນ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໄປ​ຍັງ​ເຂດ ກາ​ຊາ

(VOVWORLD) -  ປະລິມານເຄື່ອງຊ່ວຍເຫຼືອ ລວມມີ 240 ໂຕນ ໂດຍອົງການກຸສົນ Human Smile ລະດົມມາໄດ້, ໃນນັ້ນລວມມີເຄື່ອງບັນເທົາທຸກປະເພດຕ່າງໆ. EC ໜູນຊ່ວຍການຂົນສົ່ງເຄື່ອງ ແລະ ຈ່າຍຄ່າຂົນສົ່ງໃຫ້ແກ່ບັ້ນເຄື່ອນໄຫວດັ່ງກ່າວ.
ອີ​ຢູ ແລະ ແບນ​ຊິກ ສົມ​ທົບ​ກັນ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໄປ​ຍັງ​ເຂດ ກາ​ຊາ - ảnh 1ປະຊາຊົນຖ້າຮັບເຄື່ອງຊ່ວຍເຫຼືອ (ພາບ:IRNA/TTXVN)

ຄະນະກຳມະການເອີຣົບ (EC) ແລະ ແບນຊິກ ພວມສົມທົບກັນຈັດການຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຄັ້ງໃໝ່ຈາກ ບຣຸກແຊນ ໄປຍັງເຂດ ກາຊາ ໂດຍຜ່ານ ຈໍແດນ. ບັ້ນຂົນສົ່ງຄັ້ງນີ້ ໄດ້ຮັບການປະຕິບັດດ້ວຍການຊ່ວຍເຫຼືອຂອງອຳນາດການປົກຄອງນະຄອນ ບຣຸກແຊນ ແລະ ກະຊວງປ້ອງກັນປະເທດ ແບນຊິກ.

        ປະລິມານເຄື່ອງຊ່ວຍເຫຼືອ ລວມມີ 240 ໂຕນ ໂດຍອົງການກຸສົນ Human Smile ລະດົມມາໄດ້, ໃນນັ້ນລວມມີເຄື່ອງບັນເທົາທຸກປະເພດຕ່າງໆ. EC ໜູນຊ່ວຍການຂົນສົ່ງເຄື່ອງ ແລະ ຈ່າຍຄ່າຂົນສົ່ງໃຫ້ແກ່ບັ້ນເຄື່ອນໄຫວດັ່ງກ່າວ. ຄາດວ່າ, ຈຳນວນເຄື່ອງຊ່ວຍເຫຼືອດັ່ງກ່າວ ຈະໄດ້ຂົນສົ່ງຜ່ານທາງທະເລໄປຍັງ ຈໍແດນ ແລະ ມອບໃຫ້ສະມາຄົມການກຸສົນ Hashemite ຂອງ ຈໍແດນ ກ່ອນທີ່ຈະຂົນສົ່ງໄປຍັງເຂດ ກາຊາ.

        ນີ້ແມ່ນບັ້ນຊ່ວຍເຫຼືອຫຼ້າສຸດ, ປະກອບຕື່ມໃສ່ເຄື່ອງຊ່ວຍເຫຼືອກວ່າ 2.600 ໂຕນ ທີ່ໄດ້ຂົນສົ່ງດ້ວຍເຮືອບິນຈຳນວນ 55 ຖ້ຽວຂອງຂົວຕໍ່ການບິນມະນຸດສະທຳ EU.


ຕອບກັບ

ຂ່າວ/ບົດ​ອື່ນ