ອີຢູກະກຽມໃຫ້ແກ່ແຜນການ Brexit ບໍ່ມີຂໍ້ຕົກລົງ

(VOVWORLD) -ອີຢູ ພວມເພີ່ມທະວີວຽກງານກະກຽມໃຫ້ແກ່ທຸກສະພາບການທີ່ອາດຈະເກີດຂຶ້ນໃນວັນທີ 01 ມັງກອນ 2021, ເຊິ່ງແມ່ນຈຸດເວລາສິ້ນສຸດໄລຍະຂ້າມຜ່ານພາຍຫຼັງ Brexit ຂອງອັງກິດ.

ອີຢູກະກຽມໃຫ້ແກ່ແຜນການ Brexit ບໍ່ມີຂໍ້ຕົກລົງ - ảnh 1 ທ່ານຫົວໜ້າຄະນະເຈລະຈາ Brexit ຂອງສະຫະພາບເອີລົບ (ອີຢູ) Michel Barnier

(ພາບ: AFP/TTXVN)

ວັນທີ 10 ກັນຍາ, ທ່ານຫົວໜ້າຄະນະເຈລະຈາ Brexit ຂອງສະຫະພາບເອີລົບ (ອີຢູ) Michel Barnier ໃຫ້ຮູ້ວ່າ, ອີຢູ ພວມມານະພະຍາຍາມກະກຽມໃຫ້ແກ່ເລື່ອງ Brexit “ບໍ່ມີຂໍ້ຕົກລົງ”, ພາຍຫຼັງຮອບເຈລະຈາດ້ານການຄ້າຄັ້ງຫຼ້າສຸດລະຫວ່າງອີຢູ ແລະ ອັງກິດ ສິ້ນສຸດລົງດ້ວຍໝາກຜົນທີ່ຜິດຫວັງໃນຫຼາຍດ້ານ.

          ກ່າວຄຳເຫັນພາຍຫຼັງການເຈລະຈາຮອບທີ 8 ກ່ຽວກັບການພົວພັນຄູ່ຮ່ວມມືໃໝ່ກັບອັງກິດ ຢູ່ລອນດອນ, ທ່ານ Barnier ໃຫ້ຮູ້ວ່າ, ອີຢູ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບຕໍ່ຄຳຮຽກຮ້ອງຂອງອັງກິດ ກ່ຽວກັບບັນດາບັນຫາອາຊີບຫາປາ ແລະ ຍຸຕິທຳຢູ່ສານຕຸລາການເອີລົບ ກໍ່ຄືໃນຫຼາຍຂົງເຂດອື່ນ. ເຖິງຢ່າງໃດກໍ່ຕາມ, ທ່ານເນັ້ນໜັກວ່າ, ລາຊະອານາຈັກອັງກິດ ບໍ່ສະແດງໃຫ້ເຫັນເຈດຕະນາດີທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດສຳລັບບັນດາຫຼັກການ ແລະ ຜົນປະໂຫຍດໂດຍພື້ນຖານຂອງອີຢູ.

          ຄຽງຂ້າງນັ້ນ, ອີຢູ ກໍ່ພວມເພີ່ມທະວີວຽກງານກະກຽມໃຫ້ແກ່ທຸກສະພາບການທີ່ອາດຈະເກີດຂຶ້ນໃນວັນທີ 01 ມັງກອນ 2021, ເຊິ່ງແມ່ນຈຸດເວລາສິ້ນສຸດໄລຍະຂ້າມຜ່ານພາຍຫຼັງ Brexit ຂອງອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ