ອີຢູກະຕຸກຊຸກຍູ້ອາເມລິກາ ເລີ່ມປະຕິບັດວິວັດທະນາການເຈລະຈາກ່ຽວກັບການປະຕິຮູບ WTO

(VOVWORLD) -ວັນທີ 27 ພະຈິກ, ສະຫະພາບເອີລົບ (EU) ໄດ້ຮຽກຮ້ອງໃຫ້ອາເມລິກາ ເລີ່ມປະຕິບັດວິວັດທະນາການເຈລະຈາກ່ຽວກັບການປະຕິຮູບອົງການການຄ້າໂລກ (WTO) ເພື່ອແນໃສ່ຫຼີກລ້ຽງຄວາມສ່ຽງໄພທີ່ອົງການນີ້ເຄື່ອນໄຫວຊັກຊ້າລົງ.

ອີຢູກະຕຸກຊຸກຍູ້ອາເມລິກາ ເລີ່ມປະຕິບັດວິວັດທະນາການເຈລະຈາກ່ຽວກັບການປະຕິຮູບ WTO - ảnh 1 ທ່ານນາງ Cecilia Malmstrom, ກຳມະການດ້ານການຄ້າຂອງ EU

(ພາບ: AFP/TTXVN)

ກ່ອນໜ້ານັ້ນ 1 ວັນ, EU ໄດ້ປະກາດບັນດາຂໍ້ສະເໜີກ່ຽວກັບການປະຕິຮູບກົນໄກແກ້ໄຂການຂັດແຍ້ງກັນຂອງ WTO. ນີ້ແມ່ນບັນດາຂໍ້ສະເໜີເຊິ່ງ EU ໄດ້ເຫັນດີກັບອິນເດຍ, ຈີນ ພ້ອມກັບບາງປະເທດອື່ນ, ດ້ວຍຄວາມຫວັງວ່າ ຈະຜ່ານຜ່າບັນດາການຄັດຄ້ານຈາກອາເມລິກາ, ທີ່ຍູ້ WTO ໃຫ້ຕົກເຂົ້າສູ່ສະພາບວິກິດການ.

        ທ່ານນາງ Cecilia Malmstrom, ກຳມະການດ້ານການຄ້າຂອງ EU ເນັ້ນໜັກວ່າ, ມີຫຼາຍປະເທດສະໜັບສະໜູນຂໍ້ສະເໜີດັ່ງກ່າວ, ພ້ອມກັນນັ້ນກໍ່ກະຕຸກຊຸກຍູ້ບັນດາປະເທດເຂົ້າຮ່ວມໂຕະເຈລະຈາ. ຕາມທ່ານນາງ Cecilia Malmstrom ແລ້ວ, ວໍຊິງຕັນ ໄດ້ເຫັນດີເຂົ້າຮ່ວມການປຶກສາຫາລືປະຕິຮູບ WTO ແລະ ນີ້ແມ່ນການກະທຳມີລັກສະນະສ້າງສັນ, ມີຄວາມໝາຍ. ທ່ານນາງ Cecilia Malmstrom ກໍ່ຖືວ່າ, ເລື່ອງບັງຄັບໃຫ້ຈີນ ມີປ່ຽນແປງຜ່ານສົງຄາມການຄ້າ ດ້ວຍການຈັດວາງອັດຕາພາສີສູງ ຈະບໍ່ນຳເຊິ່ງໝາກຜົນໃດ.

ຕອບກັບ

ຂ່າວ/ບົດ​ອື່ນ