ອີຢູກະຕຸກຊຸກຍູ້ໃຫ້ອີຣານ ຕ່າວປີ້ນຂໍ້ຕົກລົງເສີມທາດຢູລານຽມລະດັບສູງ

(VOVWORLD) -ພວກຂ້າພະເຈົ້າກະຕຸກຊຸກຍູ້ໃຫ້ອີຣານ ຈົ່ງລະງັບໃຈການປີນຂັ້ນໄດ ແລະ ຢຸດຕິການກະທຳດັ່ງກ່າວໂດຍທັນທີ
ອີຢູກະຕຸກຊຸກຍູ້ໃຫ້ອີຣານ ຕ່າວປີ້ນຂໍ້ຕົກລົງເສີມທາດຢູລານຽມລະດັບສູງ - ảnh 1ໂຮງງານໄຟຟ້ານິວເຄຼຍແຫ່ງໜຶ່ງຂອງອີຣານ
(ພາບປະກອບ: AFP/TTXVN)

ອີຣານ ຕ້ອງຕ່າວປີ້ນຂໍ້ຕົກລົງເສີມທາດຢູລານຽມ ຢູ່ບັນດາລະດັບສູງກວ່າ ແລະ ສ້າງກາລະໂອກາດເພື່ອກູ້ຊ່ວຍຂໍ້ຕົກລົງທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຢ່າງຮອບດ້ານ (JCPOA), ເອກະສານເຊິ່ງເຕເຮຣານ ໄດ້ລົງນາມເມື່ອປີ 2015 ກັບກຸ່ມ P5+1. ໃນຖະແຫຼງການເຊິ່ງຍົກອອກມາໃນຕອນຄ່ຳວັນທີ 11 ມັງກອນ, ສະຫະພາບເອີລົບ (ອີຢູ) ຊີ້ແຈ້ງວ່າ: “ເລື່ອງອີຣານ ເລີ່ມປະຕິບັດການເສີມທາດຢູລານຽມຂຶ້ນເຖິງລະດັບ 20% ຢູ່ຮາກຖານນິວເຄຼຍໃຕ້ດິນ Fordow… ແມ່ນການຜັນແປທີ່ຮ້າຍແຮງ ແລະ ກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງ”. ໃນຈຸດເວລາສຳຄັນໃນປະຈຸບັນນີ້, ການກະທຳຂອງອີຣານ ມີຄວາມສຽງທຳລາຍບັນດາຄວາມມານະພະຍາຍາມເຊິ່ງໄດ້ສ້າງຕັ້ງໂດຍອີງໃສ່ວິວັດທະນາການທາງການທູດ. ພວກຂ້າພະເຈົ້າກະຕຸກຊຸກຍູ້ໃຫ້ອີຣານ ຈົ່ງລະງັບໃຈການປີນຂັ້ນໄດ ແລະ ຢຸດຕິການກະທຳດັ່ງກ່າວໂດຍທັນທີ”.

        ແລະກໍ່ໃນວັນດຽວກັນ, ທີ່ປຶກສາຂັ້ນສູງຂອງການນຳສູງສຸດອີຣານ Ali Khamenei, ທ່ານ Ali Akbar Velayati ຖະແຫຼງວ່າ, ການເຄື່ອນໄຫວເຈລະຈາໃໝ່ທຸກຄັ້ງກັບບັນດາປະເທດມະຫາອຳນາດ, ອີຣານ ຮຽກຮ້ອງຕ້ອງຍົກເລີກກົນໄກປະຕິບັດບັນດາມາດຕະການລົງໂທດຂອງສະຫະປະຊາຊາດໃຫ້ອອກຈາກ JCPOA ຖ້າຫາກອີຣານ ລະເມີດຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ