ອີຢູກ່າວເຕືອນອິດສະ ຮາແອນ ທຳລາຍການ ເຈລະຈາສັນຕິພາບ ກັບປາແລດສະຕິນ

ອີຢູກ່າວເຕືອນອິດສະ ຮາແອນ ທຳລາຍການ ເຈລະຈາສັນຕິພາບ ກັບປາແລດສະຕິນ - ảnh 1

(ພາບ:vov.vn)

(vovworld)-​  ວັນ​ທີ 12/8, ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ກະຕຸກຊຸກຍູ້​ອິດສະ​ຮາ​ແອນ ​ແລະ ປາ​ແລດ​ສະຕິ​ນ ບໍ່​ຄວນມີ​ບັນດາ​ການ​ກະທຳ​ ທີ່ອາດ​ຈະ​ທຳລາຍ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບພາຍຫຼັງ​ຖືກ​ຕົກ​ເຂົ້າສູ່​ສະພາບ​ບໍ່​ມີ​ທາງ​ອອກ​ມາເປັນ​ເວລາ 3 ປີ. ​ໂຄສົກ​ຂອງ​ທ່ານ​ນາງ Catherine Ashton ຜູ້ຕາງໜ້າ​ຂັ້ນສູງ​ອີ​ຢູ ຮັບ​ຜິດ​ຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ, ​ໄດ້​ກ່າວ​ເຕືອນ​​ເລື່ອງ​ອິດສະ​ຮາ​ແອນ ວັນ​ທີ 11/8 ​ໄດ້​ປະກາດ​ຂໍ້​ຕົກລົງ​ກໍ່ສ້າງ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່ຢູ່​ເຂດ​ຝັ່ງ​ຕາ​ເວ​ັນຕົກ​ແມ່ນ້ຳຈໍ​ແດນ ​ອັນໄດ້ນາບ​ຂູ່​ທຳລາຍ​ການ​ເຈລະຈາ​ສັນຕິພາບ​ກັບປາ​ແລດ​ສະຕິ​ນ. ທີ່​ການ​ປະຊຸ​ມຂ່າວ​ນັດ​ສາມັນ​ຢູ່​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ, ​ໂຄສົກ​ຂອງ​ທ່ານ​ນາງ Catherine Ashton ປະກາດ​ວ່າ: ​ບັນດາເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່ຂອງ​ອິດສະຣາ​ແອນ ຢູ່​ເຂດ​ຝັ່ງ​ຕາ​ເວ​ັນຕົກ​ແມ່ນ້ຳຈໍ​ແດນ ​ແມ່ນ​ຜິດ​ກົດໝາຍ​ສາກົນ ​ແລະ ນາບ​ຂູ່​ທຳລາຍ​ມາດ​ຕະການ​ແກ້​ໄຂ​ດ້ວຍ​ການ​ຄົງ​ຕົວ 2 ລັດ​ໃຫ້ການ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ແລດ​ສະຕິ​ນ-ອິດ​ສະຣາ​ແອນ.

ຂ່າວ/ບົດ​ອື່ນ