ອີຢູຈະປຶກສາຫາລືເລື່ອງອະນາຄົດຂອງອີຢູໃນເດືອນ9ຈະມາເຖິງ

ອີຢູຈະປຶກສາຫາລືເລື່ອງອະນາຄົດຂອງອີຢູໃນເດືອນ9ຈະມາເຖິງ - ảnh 1
ທ່ານປະທານສະພາ ເອີລົບ Donald Tusk ແລະ ປະທານ
ກຳມາທິການ ເອີລົບ  Jean-Claude Juncker tại
(ພາບ:THX/TTXVN)

(vovworld) - ​​ ທີ່​ການ​ປະຊຸມ​ຂ່າວ​​ເມື່ອສິ້ນ​ສຸດ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ ​ເອີ​ລົບ (ອີ​ຢູ)​ໃນ​ວັນ​ທີ 29/06 ຢູ່​ນະຄອນຫລວງ Brussels, ທ່ານ Donald Tusk ປະທານ​ສະພາ​ເອີ​ລົບ​ໃຫ້​ຮູ້​ວ່າ ການ​ນຳບັນດາ​ປະ​ເທດ​ສະມາຊິກ ອີ​ຢູ 27 ທ່ານຈະຈັດ​ກອງປະຊຸມສຸດ​ຍອດເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ອະນາຄົດ​ຂອງ​ສະ​ຫະ​ພາບ​ໃນ​ໄລຍະ​ຫລັງ Brexit (ອັງກິດ ຖອນອອກ​ຈາກ​ອີ​ຢູ) ​ໃນ​ວັນ​ທີ 16/09 ຢູ່​ນະຄອນຫລວງ Bratislava (ສ. Slovakia). ທີ່​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ ​ເຕົ້າ​ໂຮມການ​ນຳ 27 ປະ​ເທດ​ສະມາຊິກ ອີ​ຢູ (ບໍ່​ມີ ອັງກິດ) ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/06 ບັນດາ​ການ​ນຳ ​ເອີ​ລົບ ​ໄດ້​ເຕື້ອງ​ເຖິງ​ຜົນ​ຮ້າຍຢ້ອນ​ຫລັງ ​ເຊິ່ງຊາວ ອັງກິດ ປ່ອນ​ບັດ​ເຫັນ​ດີ​ຖອນອອກ​ຈາກ ອີ​ຢູ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ​ປະທານ Donald Tusk ​ເນັ້ນ​ໜັກ​ວ່າ ​ເລື່ອງ ອັງກິດ ຖອນ​ອອກຈາກ ອີ​ຢູ ຕ້ອງ​ດຳ​ເນີນ​ແບບ​ມີ​ການຈັດ​ຕັ້ງ​ຄື: ​ໄດ້ຂໍ້​ກຳນົດ​ໃນມາດຕາ 50 ຂອງສົນທິສັນຍາ Lisbon ກ່ຽວ​ກັບ​ ອີ​ຢູ. ທ່ານ Donald Tusk ກໍ່​ຢ້ຳຄືນອີ​ຢູ ຈະ​ບໍ່​ດຳ​ເນີນບໍ່​ວ່າ​ການ​ເຈລະຈາ​ໃດ ກ່ອນ​ທີ່​ ອັງກິດ ຍື່ນ​ໃບຂໍ​ຖອນອອກຈາກ ອີ​ຢູ

ຂ່າວ/ບົດ​ອື່ນ