ອີຢູຊ່ວຍເຫຼືອ700ລ້ານເອີໂລໃຫ້ບັນດາປະເທດສະມາຊິກແກ້ໄຂວິກິດການຊາວອົບພະຍົບ

ອີຢູຊ່ວຍເຫຼືອ700ລ້ານເອີໂລໃຫ້ບັນດາປະເທດສະມາຊິກແກ້ໄຂວິກິດການຊາວອົບພະຍົບ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) –​ ​​ວັນ​ທີ 02/03, ສະ​ຫະ​ພາບ​ເອີ​ລົບ (ອີຢ​ູ) ໄດ້​ແຈ້ງ​ແຜນ​ການ​ສະ​ໜອງ​ໃຫ້​້​ເກຼັກ ແລະ ບາງ​ປະ​ເທດ​ສະ​ມາ​ຊິກ​ບ້ວ​ງ​ເງິນຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ຮີບ​ດ່ວນ​ທີ່​ມີ​ມູນ​ຄ່າ 700 ລ້ານ​ເອີ​ໂລ, ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ເຊິ່ງ​ໄດ້​ຮັບ​ຖື​ວ່າ​ໃຫຍ່ກວ່າ​ໝ​ູ່​ນັບ​ແຕ່​​ມະ​ຫາສົງ​ຄາມ​ໂລກ​ຄັ້ງ​ທີ 2. ຈຳ​ນວນ​ເງິນ​ດັ່ງ​ກ່າວ​ຈ​ະ​ໄດ້​ຮັບ​ການ​ປ່ອຍ​ເງິນ​ໃນ​ຮອບ​ເວ​ລາ 3 ປິ, ໃນ​ນັ້ນ 300 ລ້ານ​ເອີ​ໂລ​ ​ແມ່ນ​ໃນ​ປີ 2016, ແລະ ໃນ 2 ປີ​ຕໍ່​ໄປ ແຕ່​ລະ​ປີ​ແມ່ນ 200 ລ້ານ​ເອ​ໂລ. ຖ້​າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ລັດ​ຖະ​ສະ​ພາ​ເອີ​ລົບ ອ​ະ​ນຸ​ມັດ​ຜ່ານ, ນີ້​ຈະ​ແມ່ນ​ຄັ້ງ​ທຳ​ອິດທີ່​ຄະ​ນະ​ກຳ​ມະ​ການ​ເອີ​ລົບ ສະ​ໜອງ​ຊ່ວຍ​ເຫຼືຶອ​​ມະ​ນຸດ​ສະ​ທຳ​ໃຫ​້​ປະ​ເທດສະ​ມາ​ຊິກ​ໃນ​ກຸ່ນ.

ຂ່າວ/ບົດ​ອື່ນ