ອີຢູຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19

(VOVWORLD) -ບ້ວງເງິນກະຕຸ້ນເສດຖະກິດທີ່ມີມູນຄ່າ 857 ຕື້ USD ໄດ້ຮັບຄວາມຫວັງວ່າ ຈະຊ່ວຍໃຫ້ເອີລົບ ຜ່ານຜ່າໄລຍະວິກິດການຮ້າຍແຮງທີ່ສຸດນັບສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ອີຢູຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 - ảnh 1 ອີຢູຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19

(ພາບ:  THX/TTXVN)

ເຖິງຢ່າງໃດກໍ່ຕາມ, ພາຍຫຼັງດຳເນີນການເຈລະຈາທີ່ເຄັ່ງຕຶງນັບທັງຮອບຄົບຄະນະ ແລະ ໃນບັນດາກຸ່ມນ້ອຍ ເປັນເວລາ 12 ຊົ່ວໂມງ, ບັນດາການນຳຂອງ 27 ປະເທດສະມາຊິກບໍ່ບັນລຸໄດ້ຄວາມເຫັນດີກ່ຽວກັບແຜນການໃຫ້ແກ່ບ້ວງເງິນດັ່ງກ່າວ. ເສຍເຫດສ່ວນໜຶ່ງແມ່ນຍ້ອນທ່ານນາຍົກລັດຖະມົນຕີ ໂອຕາລິດ Sebastian Kurz ໄດ້ຄັດຄ້ານຂໍ້ສະເໜີໃນປະຈຸບັນກ່ຽວກັບບ້ວງເງິນໜູນຊ່ວຍເສດຖະກິດ, ໃນຂະນະທີ່ທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ໄດ້ປະຕິເສດຖອນຄຳຮຽກຮ້ອງກ່ຽວກັບເລື່ອງຕ້ອງຄວບຄຸມການຮັດກຸມລາຍຈ່າຍສຳລັບບັນດາປະເທດຄື ແອັດສະປາຍ ແລະ ອີຕາລີ.

        ກ່າວຄຳເຫັນພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ຢັ້ງຢືນວ່າ, ລະຫວ່າງການນຳບັນດາປະເທດສະມາຊິກອີຢູ ຍັງມີທັດສະນະແຕກຕ່າງກັນຫຼາຍ ແລະ ປະຈຸບັນບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃດໆກ່ຽວກັບ ບ້ວງເງິນດັ່ງກ່າວ. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ກໍ່ຍອມຮັບວ່າ ຄວາມແຕກຕ່າງລະຫວ່າງບັນດາຝ່າຍແມ່ນ “ໃຫຍ່ຫຼວງທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ