ອີຢູ,ຍີ່ປຸ່ນມີຄວາມຫວັງຈະສຳເລັດFTAໃນທ້າຍປີນີ້

ອີຢູ,ຍີ່ປຸ່ນມີຄວາມຫວັງຈະສຳເລັດFTAໃນທ້າຍປີນີ້ - ảnh 1
ທ່ານ Jean – Claude Juncker
 ປະທານ​ຄະນະ​ກຳມະການ ​ເອີ​ລົບ
ພາບ: independent.co.uk

(vovworld) - ທ່ານ Jean – Claude Juncker ປະທານ​ຄະນະ​ກຳມະການ ​ເອີ​ລົບ (EC) ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າ​ງສະຫະພາບ ​ເອີ​ລົບ(ອີ​ຢູ) ​ແລະ ຍີ່ປຸ່ນ ຈະ​ໄດ້​ສຳ​ເລັດ​ໃນ​ທ້າຍ​ປີ​ນີ້. ຄ່ຳ​ຄືນ​ວັນ​ທີ 03/05, ຢູ່ Brussela ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ Jean – Claude Juncker ປະທານ​ຄະນະ​ກຳມະການ ​ເອີ​ລົບ ​ແລະ ທ່ານ Donald Tusk ປະທານ​ສະພາ​ເອີ​ລົບ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການນັກຂ່າວ, ທ່ານ Juncker ປະທານ​ຄະນະ​ກຳມະການ ​ເອີ​ລົບ ​ເນັ້ນ​ໜັກ​ວ່າ: ບັນດາ​ການ​ເຈລະຈາ​ກ່ຽວ​ກັບ FTA ລະຫວ່າງ ອີ​ຢູ ​ແລະ ຍີ່ປຸ່ນ ພວມບັນລຸບາດກ້າວ​ຢ່າງ​ຕັ້ງໜ້າ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ 2 ຝ່າຍ​ຍັງ​ມີ​ຫລາຍ​ວຽກ​ງານ​ຕ້ອງ​ປະຕິບັດສຳ​ເລັດ. ທ່ານ ປະທານ EC ຖື​ວ່າ: ສັນຍາ​ຈະ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ວຽກ​ເຮັດ​ງານ​ທຳ​ຢູ່ ​ເອີ​ລົບ ​ແລະ ຍີ່ປຸ່ນ, ພ້ອມ​ທັງ ກໍ່​ສົ່ງ​ສັນ​ຍານ​ຕັ້ງໜ້າ​ໃຫ້​ໂລກ. ອີ​ຢູ ​ແລະ ຍີ່ປຸ່ນ ​ເລີ່​ມຕົ້ນ​ການ​ເຈລະຈາ FTA ນັບ​ແຕ່​ເດືອນ 3/2013.

ຂ່າວ/ບົດ​ອື່ນ