ອີຢູຕໍ່ກຳນົດເວລາບັນດາຄຳສັ່ງລົງໂທດສຳລັບລັດເຊຍ ຕື່ມອີກ 6 ເດືອນ

(VOVWORLD) -ວັນທີ 21 ທັນວາ, ສະຫະພາບເອີລົບ (ອີຢູ) ຖະແຫຼງວ່າ ໄດ້ຕົກລົງຕໍ່ກຳນົດເວລາບັນດາມາດຕະການລົງໂທດດ້ານເສດຖະກິດສຳລັບລັດເຊຍ ຕື່ມອີກ 6 ເດືອນ.

ຖະແຫຼງການຂອງ ອີຢູ ໄດ້ຊີ້ແຈ້ງວ່າ “ໃນວັນທີ 21 ທັນວາ 2018, ອີຢູ ໄດ້ຕໍ່ກຳນົດເວລາບັນດາມາດຕະການລົງໂທດດ້ານເສດຖະກິດແນໃສ່ບາງຂົງເຂດລະອຽດຂອງເສດຖະກິດລັດເຊຍ ຮອດວັນທີ 31 ກໍລະກົດ 2019”.

        ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ເຕື້ອງເຖິງສະພາບການປະຕິບັດບັນດາຂໍ້ຕົກລົງ Minsk, ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງເຖິງບັນດາມາດຕະການລົງໂທດ ໃນລະຫວ່າງວັນທີ 13 - 14 ທັນວາ 2018.

        ຕາມຄຳຖະແຫຼງດັ່ງກ່າວແລ້ວ, ໂດຍເຫັນໄດ້ວ່າບໍ່ບັນລຸໄດ້ຄວາມຄືບໜ້າໃດໆ, ອີຢູ ໄດ້ຍົກອອກຂໍ້ຕົກລົງດ້ານການເມືອງຕໍ່ກຳນົດເວລາບັນດາມາດຕະການລົງໂທດດ້ານເສດຖະກິດຕໍ່ລັດເຊຍ. ອີຢູ ໄດ້ເຫັນດີຮັບຮອງເອົາມະຕິດັ່ງກ່າວໃນວັນທີ 21 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ