ອີຢິບ: ການໃຊ້ຄວາມ ຮຸນແຮງເພີ່ມຂຶ້ນກ່ອນການເລືອກຕັ້ງປະທານາທິບໍດີ

ອີຢິບ: ການໃຊ້ຄວາມ ຮຸນແຮງເພີ່ມຂຶ້ນກ່ອນການເລືອກຕັ້ງປະທານາທິບໍດີ - ảnh 1
(ພາບ: AFP/TTXVN)

(vovworld) –  ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຊາວ​ມຸດ​ສລິ​ມ 2 ຄົນ​ເສຍ​ຊີວິດ ​ແລະ ຢ່າງ​ໜ້ອຍ​ຊຸດມີຜູ້​ຖືກ​ບາດ​ເຈັບ 23 ຄົນໃນ​ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ສະໜັບສະໜູນ​ປະທານາທິບໍດີ​ຜູ້ຖືກ​ປົດ​ຕຳ​ແໜ່​ງ Mohamed Morsi ກັບ​ຕຳ​ຫຼວດ ​ແລະ ປະຊາຊົນ​ໃນ​ວັນ​ທີ 23/05, ​ເຊິ່ງ​ເປັນ​ວັນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີມື້​ສຸດ​ທ້າຍ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ອາທິດ​ໜ້າ. ຢູ່​ເມືອງ Al Mararya ທາງ​ທິດ​ເໜືອ ກາຍ​ໂຣ, ມີຜູ້​ເສຍ​ຊີວິດ 1 ຄົນ ​ແລະ ຜູ້​ຖືກ​ບາດ​ເຈັບ 20 ຄົນ ​ເມື່ອ​ປະຊາຊົນ​ຍິງ​ປືນ​ໃສ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ມຸດ​ສລິ​ມ. ​ໃນ​ຂະນະ​ນັ້ນ, ຢູ່​ແຂວງ Fayoum, ຫ່າງ​ຈາກ​ນະຄອນຫຼວງ ກາຍ​ໂຣ ​ໄປ​ທາງ​ທິດ​ໃຕ້ 80 ກມ,  ມີຜູ້​ແຫ່​ຂະ​ບວນປະ​ທ້ວງ​ຊາວ​ມຸດ​ສລິ​ມ 1 ຄົນ​ເສຍ​ຊີວິດ ​ແລະ ຜູ້​ຖືກ​ບາດ​ເຈັບ 3 ຄົນ ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ ​ແລະ ບັນດາ​ຜູ້​ສະໜັບສະໜູນ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສລິ​ມ.
ຂ່າວ/ບົດ​ອື່ນ