ອີຢີບ: ຄວາມເຄັ່ງຕຶ່ງເພີ່ມຂຶ້ນ ກ່ອນການແຫ່ຂະບວນປະທ້ວງ

ອີຢີບ: ຄວາມເຄັ່ງຕຶ່ງເພີ່ມຂຶ້ນ ກ່ອນການແຫ່ຂະບວນປະທ້ວງ - ảnh 1
(ພາບປະກອບ)

(vovworld) - ສະພາບ​ການ​ຢູ່​ອີ​ຢີບ ພວມ​​ເຄັ່ງ​ຕຶງຂຶ້ນຕື່ມ​ໃນ​ແຕ່​ລະ​ຊົ່ວ​ໂມງ ກ່ອນທີ່​ເກີດ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່ ​ແລະ ​ແກ່ຍາວ​ຂອງ​ຝ່າຍ​ຄ້ານ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ບ່າຍວັນ​ທີ 30/06, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 1 ປີ​ແຫ່ງ​ວັນ​ທີ່ທ່ານ​ປະທານາທິບໍດີ Mohamed Morsi ຂຶ້ນ​ກຳ​ອຳນາດ. ວັນ​ທີ 29/06, ​ ​ບັນດາ ວີ​ດີ​ໂອ ​​ໃນ Facebook ສ່ວນ​ຕົວ, ການ​ນຳ 2 ທ່ານ​ຂອງ​ແນວ​ໂຮມ​ກູ້​ຊາດ (NSF) ​ແມ່ນ​ທ່ານ Mohamed ElBaradei ​ແລະ ທ່ານ Hamdeen Sabbahi ​ໄດ້​ກະຕຸກ​ຊຸກຍູ້​ປະຊາຊົນ​ລົງ​ຖະໜົນ​ເພື່ອ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 30/06 ​ແນ​ໃສ່​ກໍ່​ຄວາມ​ກົດ​ດັ່ນຮຽກ​ຮ້ອງ​​ໃຫ້​ຈັດ​ຕັ້ງ​ການເລືອກ​ຕັ້ງ​ປະທານາທິບໍດີ​ກ່ອນ​ກຳນົດ​ເວລາ. ຕອນ​ຄໍ່າ​ວັນ​ທີ 29/06, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ພັນ​ໆ​ຄົນ ​ໄດ້​​ເຕົ້າ​ໂຮມ​ຢູ່​ສະໜາມ​ຫຼວງ​ໃຫຍ່​​ໃນ​ນະຄອນຫຼວງ​ ກາຍ​​ໂຣ ​ແລະ ບັນດາ​ແຂວງ, ນະຄອນ​ຂອງ​ທົ່ວ​ປະ​ເທດຮ້ອງ​ໂຮຄຳ​ຂວັນ​ຄັດ​ຄ້ານທ່ານ Morsi ພ້ອມ​ກັບ​ຂະ​ບວນການ​ອ້າ​ຍນ້ອງ​ມຸດ​ສະ​ລິ​ມ ​ແລະ ຮຽກຮ້ອງ​ໃຫ້​ກອງທັບ​ກັບ​ຄືນ​ກຳ​ອຳນາດ.

ຂ່າວ/ບົດ​ອື່ນ