ອີຢິບ ຕໍ່ກຳນົດເວລາສະພາວະສຸກເສີນໃນທົ່ວປະເທດ

(VOVWORLD) - ວັນທີ 22 ຕຸລາ, ທີ່ກອງປະຊຸມຄົບຄະນະ, ສະພາແຫ່ງຊາດ ອີຢິບ ໄດ້ຮັບຮອງເອົາດຳລັດປະທານາທິບໍດີປະກາດສະພາວະສຸກເສີນໃໝ່ ທີ່ແກ່ຍາວເປັນເວລາ 3 ເດືອນໃນທົ່ວປະເທດ,
ອີຢິບ ຕໍ່ກຳນົດເວລາສະພາວະສຸກເສີນໃນທົ່ວປະເທດ - ảnh 1 ທ່ານນາຍົກລັດຖະມົນຕີ ອີຢິບ Sherif Ismail  (ພາບ: EPA/TTXVN)

ໃນສະຖານະການທີ່ສະຫງົບປອດໄພ ຍັງຄົງແມ່ນສິ່ງທ້າທາຍໃຫຍ່ສຸດສຳລັບປະເທດອາຟຣີກາ ເໜືອ ນີ້. ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ອີຢິບ Sherif Ismail ຖະແຫຼງວ່າ ລັດຖະບານຈະບໍ່ນຳໃຊ້ບັນດາມາດຕະການພິເສດ, ເວັ້ນເສຍແຕ່ກໍລະນີທີ່ຈຳເປັນ ເພື່ອຮັບມືກັບການກໍ່ການຮ້າຍ. ເດືອນ ເມສາ ຜ່ານມາ, ທ່ານປະທານາທິບໍດີ ອີຢິບ Fattah El Sisi ໄດ້ປະກາດສະພາວະສຸກເສີນໃນທົ່ວປະເທດໃນຮອບເວລາ 3 ເດືອນ, ພາຍຫລັງເກີດບັນດາເຫດບຸກໂຈມຕີການກໍ່ການຮ້າຍເລັ່ງໃສ່ 2 ໂບດຢູ່ Tanta ແລະ Alexandria ເຮັດໃຫ້ 47 ຄົນເສຍຊີວິດ ແລະ 100 ຄົນຖືກຮັບບາດເຈັບ. ອົງການລັດອິດສະລາມ (IS) ຍອມຮັບໄດ້ດຳເນີນບັນດາເຫດວາງລະເບີດກໍ່ການຮ້າຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ