ອີຢິບ: ຕຳຫຼວດອອກ ຄຳຂາດໃຫ້ບັນດາຜູ້ແຫ່ ຂະບວນປະທ້ວງຊາວ ມຸດສະລິມ

ອີຢິບ: ຕຳຫຼວດອອກ ຄຳຂາດໃຫ້ບັນດາຜູ້ແຫ່ ຂະບວນປະທ້ວງຊາວ ມຸດສະລິມ - ảnh 1
ຜູ້ແຫ່ຂະບວນປະທ້ວງສະໜັບສະໜູນ ທ່ານ Mohamed Morsi ເມື່ອວັນທີ 13/9
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) - ວັນ​ທີ 14/9, ຕຳຫຼວດ ອີ​ຢິບ ​ໄດ້​ຖະ​ແຫຼ​ງວ່າ “ຈະ​ບໍ່​ສືບ​ຕໍ່ອະນຸ​ໂລ​ມ ” ​ໃຫ້​ບັນດາ​ການ​ກະທຳ​ລະ​ເມີດ​ຂອງ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ຊາວ​ມຸດ​ສະ​ລິ​ມ ສະໜັບສະໜູນ​ປະທານາທິບໍດີ ຜູ້​ຖືກ​​ຄົ້ນ​ລົ້ມ Mohamed Morsi ອີກ. ກະຊວງ​ພາຍ​​ໃນ ອີ​ຢິບ ​ໃຫ້​ຮູ້​ວ່າ: ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຮັບຮູ້​ບັນດາ​ການ​ກະທຳ​ລະ​ເມີດ​ທີ່​ໜັກໜ່ວງ, ​ເກີນ​ຂອບ​ເຂດ​ຂອງ​ການ​ແຫ່​ຂະ​ບວນປະ​ທ້ວງ​ສັນຕິພາບ​ເມື່ອ​ວັນ​ທີ 13/9. ກະຊວງ​ນີ້​ກ່າວ​ຫາ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງມີ​ການ​ກະທຳ​ຜິດ​ຫຼາຍ​ຢ່າງຄື: ​ເຮັດ​​ໃຫ້​ທາງ​ຄົມມະນາຄົມ​ສັບສົນ, ຂັດຂວາງ​ການ​ໄປມາ, ລອກ​ຈັບ​ຕົວ​ນັກ​ຂ່າວ.​.​​.​ ກະຊວງ​ພາຍ​ໃນ​ກ່າວ​ເຕືອນ​ວ່າ: ຈະ​ຮັບ​ມື​ກັບ​ບັນດາ​ກະ​ກະທຳ​ນີ້​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ.

        ​ໃນ​ວັນ​ທີ 14/9, ບັນດາ​ຜູ້​ສະໜັບສະໜູນ​ທ່ານ Morsi ​ໄດ້​ຈັດ​ຕັ້ງ​ການ​ເດີນ​ຂະ​ບວນ​ເຖິງ​ສະໜາ​ມຫຼວງ Rabaa Al – Adawiya - ​ເຊິ່ງ​ແມ່ນໜຶ່ງ ​ໃນ​ສະຖານ​ທີ່ 2 ​ແຫ່ງ​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ອິດສະ​ລາມ​ໃນ​ຕະຫຼອດ 6 ອາທິດ​ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ