ອີຢິບ ປະກາດແຈ້ງການກ່ຽວກັບເຫດລະເບີດແນໃສ່ລົດເມໂດຍສານແຂກທ່ອງທ່ຽວ

(VOVWORLD) - ວັນທີ 19 ພຶດສະພາ, ກະຊວງພາຍໃນ ອີຢິບ ໄດ້ປະກາດແຈ້ງການກ່ຽວກັບເຫດລະເບີດແນໃສ່ລົດເມໂດຍສານແຂກທ່ອງທ່ຽວຢູ່ໃກ້ກັບເຂດທາດ ປີລາມິດ Giza ທີ່ເກີດຂຶ້ນໃນວັນດຽວກັນ, ເຮັດໃຫ້ມີຄົນຖືກຮັບບາດເຈັບຈຳນວນໜຶ່ງ. 
ອີຢິບ ປະກາດແຈ້ງການກ່ຽວກັບເຫດລະເບີດແນໃສ່ລົດເມໂດຍສານແຂກທ່ອງທ່ຽວ - ảnh 1ເຫດລະເບີດແນໃສ່ລົດເມໂດຍສານແຂກທ່ອງທ່ຽວ (ພາບ: THX/TTXVN) 

ສື່ສັງຄົມ Facebook ທາງການຂອງກະຊວງພາຍໃນ ອີຢິບ ໃຫ້ຮູ້ວ່າ ມີວັດຖຸລະເບີດໄດ້ລະເບີດເຮັດໃຫ້ປະຕູແກ້ວຂອງລົດເມໂດຍສານແຂກທ່ອງທ່ຽວ 25 ຄົນທີ່ມາຈາກ ອາຟຣິກກາໃຕ້ ແຕກ. ບັນດາຜູ້ຮັບບາດເຈັບໄດ້ຖືກສົ່ງໄປໂຮງໝໍ ເພື່ອປິ່ນປົວ.

        ກ່ອນໜ້ານັ້ນ, ແຫຼ່ງຂ່າວຈາກກຳລັງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ມີໜ້ອຍສຸດ 14 ຄົນຖືກຮັບບາດເຈັບໃນເຫດລະເບີດທີ່ເກີດຂຶ້ນໃກ້ກັບເສັ້ນທາງຢູ່ອ້ອມເຂດ Giza. ຕາມໂທລະພາບແຫ່ງຊາດ ອີຢິບ ແລ້ວ, ມີພົນລະເມືອງ ອີຢິບ 4 ຄົນ ພວມນັ່ງໃນລົດໂອໂຕທີ່ຢູ່ໃກ້ກັບບໍລິເວນເກີດເຫດລະເບີດ ກໍ່ຖືກຮັບບາດເຈັບຍ້ອນປ່ຽງແກ້ວແຕກຈາກ 2 ພາຫະນະດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ