ອີຢີບ: ຝ່າຍອິດສະລາມແຫ່ຂະບວນສະໜັບສະໜູນປະທານາທິບໍດີ

ອີຢີບ: ຝ່າຍອິດສະລາມແຫ່ຂະບວນສະໜັບສະໜູນປະທານາທິບໍດີ - ảnh 1

ຊາວອີຢີບສະໜັບສະໜູນປະທານາທິບໍດີ Mohamed Morsi

​(vovworld) - ວັນ​ທີ 1/12, ​ພັກ​ຝ່າຍ​ຕ່າງໆ ​ແລະ ຂະ​ບວນການ​ອິດສະ​ລາມ​ໄດ້​ຈັດ​ຕັ້ງ​ການແຫ່​ຂະ​ບວນຢູ່​ນະຄອນຫຼວງ​ປະ​ເທດ​ນີ້​ເພື່ອ​ສະ​ແດງ​ຄວາມສະໜັບສະໜູ​ນຕໍ່​ລັດຖະດຳລັດ​ປະກາດ​ລັດຖະທຳ​ມະນູນ ​ໂດຍ​ປະທານາທິບໍດີ Mohamed Morsi ປະກາດ​ໃຊ້​ເມື່ອ​ວັນ​ທີ 22/11 ​ແລະ ຮຽກຮ້ອງ​ໃຫ້​ນຳ​ໃຊ້​ກົດໝາຍ​ອິດສະ​ລາມ Sahria. ການ​ແຫ່​ຂະ​ບວນຕ່າງໆ​ຂອງ​ຝ່າຍ​ຄ້ານ ​ໄດ້​ດຶງ​ດູດ​ນັບ​ແສນ​ຄົນ​ເຂົ້າ​ຮ່ວມ, ອັນ​ໄດ້​ກໍ່​ຄວາມດັນ, ບັງຄັບ​ໃຫ້​ປະທານາທິບໍດີ Mohamed Morsi ຕ້ອງ​ຍົກ​ເລິກ​ດຳລັດ​ທີ່​ກໍ່​ໃຫ້​ເກີດ​ການ​ຖົກ​ຖຽງ​ກັນ. ການ​ແຫ່​ຂະ​ບວນສະໜັບສະໜູນປະທານາທິບໍດີ Mohamed Morsi  ກໍ່​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ດຽວ​ກັນ​ຢູ່​ຫຼາຍ​ແຫ່ງ​ໃນ​ປະ​ເທດ​ອີ​ຢີບອີກ.

ຂ່າວ/ບົດ​ອື່ນ