ອີຢີບ: ພັກ NDP ຂອງອະດີດປະທານາທິບໍດີ H.Mubarak ຖືກຫ້າມ ການຫາສຽງເລືອກຕັ້ງ

ອີຢີບ: ພັກ NDP ຂອງອະດີດປະທານາທິບໍດີ H.Mubarak ຖືກຫ້າມ ການຫາສຽງເລືອກຕັ້ງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 06/05, ສານ​ກາຍ​ໂຣ (ອີ​ຢີບ) ກ່ຽວ​ກັບ​ບັນດາ​ບັນຫາ​ຮີບ​ດ່ວນ ​ໄດ້​ອອກ​ຄຳ​ຕັດສິນ​ຫ້າມ​ບັນດາ​ເຂົ້າ​ໜ້າ​ທີ່​ພັກ​ປະຊາທິປະ​ໄຕ​ແຫ່ງ​ຊາດ (NDP) ຂອງ​ອະດີດ​ປະທານາທິບໍດີ Hosni Mubarak ຫາ​ສຽງ​ເລືອກ​ຕັ້ງ​ໃນ​ບັນດາ​ການ​ເລືອກ​ຕັ້ງ​ປະທານາທິບໍດີ, ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ຄຳ​ຕັດສິນ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ຈະກີດຂວາງ​ໂອກາດ​ກັບ​ຄືນ​ສູ່​ເວທີ​ການ​ເມືອງ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ພັກ NDP - ກຳລັງ​ທີ່​ເຄີຍ​ມີ​ສິດ​ບໍລິຫານ​ຢູ່​ອີ​ຢີບ ນັບ​ແຕ່​ເວລາ​ທ່ານ​ອະດີດ​ປະທານາທິບ​ໍດີ Anwar Sadat ສ້າງ​ຕັ້ງ​ເມື່ອ​ປີ 1987 ມາ​ຮອດ​ຕົ້ນ​ປີ 2011. ຄຳ​ຕັດສິນ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ດ້ວຍ​ເຫດ​ຜົນ​ທີ່​ວ່າ NDP ​ເຄີ​ຍຮັບຮອງ​ເອົາ​ບັນດາ​ກົດໝາຍທີ່ລະ​ເມີດ​ລັດຖະທູ​ມະນູນ ​ແລະ ບໍ່​ປະຕິບັດ​ບັນດາ​ຄຳ​ຕັດສິນ​ຂອງ​ສານ. ບັນດາ​ຜູ້​ພິພາກສາ​ກໍ່​ຖື​ວ່າ NDP ຖືກ​ຍຸບ​​ເລີກ​ຕາມ​ຄຳ​ຕັດສິນ​ຂອງ​ສານ ພາຍຫຼັງ​ການ​ລຸກ​ຮື້​ຂຶ້ນ​ໂຄ່ນ​ລົ້ມອຳນາດ​ການ​ປົກຄອງ​ຂອງ​ອະດີດ​ປະທານາທິບໍດີ Hosni Mubarak ​ເມື່ອ​ຕົ້ນ​ປີ 2011. ສະ​ນັ້ນ, ​ເລື່ອງ​ພັກ​ນີ້​ພວມ​​ເຂົ້າ​ຮ່ວມ​ເວທີ​ການ​ເມືອງ ຈະ​ເປັນ​ການ​ນາບ​ຂູ່​​ປະ​ເທດ ​ແລະ ​ເຮັດ​​ໃຫ້​ປະຊາຊົນຄຽດ​ແຄ້ນ.

ຂ່າວ/ບົດ​ອື່ນ