ອີຢີບ ມີປະທານາທິພົນລະເຮືອນ ຜູ້ທຳອິດ ໃນປະຫວັດສາດ

ອີຢີບ ມີປະທານາທິພົນລະເຮືອນ ຜູ້ທຳອິດ ໃນປະຫວັດສາດ - ảnh 1

(ພາບ:xaluan.com)​

( vovworld ) –  ຕອນ​ບ່າຍວັນ​ທີ 24/6/2012, ຄະນະ​ກຳມະການ​ເລືອກຕັ້ງປະທານາທິບໍດີສູງ​ສຸດ​ອີ​ຢີບ ​ໄດ້​ປະກາດ​ໝາກ​ຜົນ​ການ​ເລືອກ​ຕັ້ງປະທານາທິບໍດີຮອບ​ທີ 2 ຢ່າງ​ເປັນ​ທາງ​ການ. ທ່ານ Mohamed Mursi ຜູ້​ອອກ​ສະ​ໝັກຮັບ​ເລືອກ​ຕັ້ງຂອງ​ອົງການ​ຈັດຕັ້ງອ້າ​ຍນ້ອງ​ມຸດ​ສະ​ລິ​ມ ​ໄດ້ກາຍ​ເປັນ​ປະທານາທິບໍດີ​ຜູ້​ທີ 5 ຂອງ​ອີ​ຢີບ ​ແລະ ​ແມ່ນ​ປະທານາທິບໍດີ​ພົນລະ​ເຮືອນ​ຜູ້​ທຳ​ອິດ​ຂອງ​ອີ​ຢີບ. ພາຍຫຼັງ​ໄດ້​​ເລື່ອນ​ການ​ປະກາດ​ໝາກຜົນ​ການ​ປ່ອນ​ບັດ​ແຕ່​ວັນ​ທີ 21/6 ​​ເຖິງວັນ​ທີ 24/6, ຄະນະ​ກຳມະການ​ເລືອກຕັ້ງ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການວ່າ ທ່ານ Mohamed Mursi ​ແມ່ນ​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ອີ​ຢີບ. ທ່ານປະທານຄະນະ​ກຳມະການ​ເລືອກຕັ້ງ Farouq Sultan ປະກາດ​ວ່າ ໝາກຜົນ​ການ​ເລືອກ​ຕັ້ງ​ສະ​ແດງໃຫ້​ເຫັນ​ວ່າ ທ່ານ Mohamed Mursi ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງດ້ວຍ​ເກືອບ 52% ຈຳນວນບັດ​ສະໜັບສະໜູນ. ນັກບວດ​ຊາວ​ມຸດ​ສະ​ລິ​ມ Mohamed Mursi ​ໄດ້​ຮັບ​ຖື​ວ່າ ມີ​ແນວ​ຄວາມ​ຄິດ​ຂັນແຂງ​ສຳລັບ​ບັນດາ​ບັນຫາ​ສັງຄົມ ​ແລະ ລັດທິສວຍ​ໃຊ້ດ້ານ​ການ​​ເມືອງ.

 

ຂ່າວ/ບົດ​ອື່ນ