ອີ​ຢີບ ສີ້​ນສຸດ​ການ​ເລືອກ​ຕັ້ງ ປະທາ​ນາ​ບໍດີ

ອີ​ຢີບ ສີ້​ນສຸດ​ການ​ເລືອກ​ຕັ້ງ ປະທາ​ນາ​ບໍດີ - ảnh 1

ປະຊາຊົນ​ອີ​ຢີບ ​ໄປ​ປ່ອນ​ບັດ

(ພາບ:en.vietf.vn)

( vovworld ) – ວັນ​ທີ 17/6, ​ຮອບ​ທີ 2 ການເລືອກ​ຕັ້ງປະທານາທິບໍດີອີ​ຢີບ ໄດ້​ສີ້ນສຸດລົງ. ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປດ້ວຍ​ດີ​ພໍ​ສົມ​ຄວນ ຍ້ອນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບປະກັນ ​ແຕ່​ອັດຕາ​ສ່ວນ​ຜູ້​ໄປ​ປ່ອນ​ບັດ​ໃນ 2 ມື້​ຜ່ານ​ມາ​ແມ່ນ​ຕ່ຳ​ພໍ​ສົມຄວນ. ​ໃນ​ມື້​ທີ່​ສອງ​ຂອງ​ການ​ເລືອກ​ຕັ້ງ, ຈຳນວນ​ຜູ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ເພີ່ມ​ຂຶ້ນ​ໃນ​ຂະນະ​ທີ່​ມີ​ການ​ລະດົມ​ກຳລັງ​ໃຈ ​ແລະ ກະຕຸກຊຸກຍູ້​ຈາກ​ບັນດາ​ພັກ​ຝ່າຍ​ຂົນຂວາຍ​ຂອງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງທັງ​ສອງ​ທ່ານ​ຄື: ທ່ານ Mohamed Morsy ​ແລະ ທ່ານ Ahmed Shafiq. ຕາມ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ທີ່​ປະກາດໃນ​ເວັບ​ໄຊ​ຂອງ​ໜັງສືພິມ Al Ahram ​ແລ້ວ, ທີ່​ສະຖານ​ທີ່​ປ່ອນ​ບັດເລືອກ​ຕັ້ງຈຳນວນ 1, ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Mohamed Morsy ​ພວມ​ນຳໜ້າ​ໂດຍ​ຊົ່ວຄາວ​ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ຫຼາຍ​ພໍ​ສົມຄວນ​ເມື່ອ​ທຽບ​ກັບ​ທ່ານ Ahmed Shafiq. ໝາກຜົນຢ່າງ​ເປັນ​ທາງ​ການ​ຈະ​ຖືກ​ປະກາດ​ໃນ​ວັນ​ທີ 21/6 ທີ່​ຈະ​ມາ​ເຖິງ ພາຍຫຼັງ​ທຸກໆ​ການ​ຮ້ອງທຸກໄດ້​ຮັບ​ການ​ພິຈາລະ​ນາ ​ແລະ ​ແກ້​ໄຂ.

   ຕາມ​ສຳນັກ​ຂ່າວສານ MENA ຂອງ​ອີ​ຢີບ ​ແລ້ວ, ສະພາສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ຫາ​ກໍ່​ປະກາດ​​ໃຊ້​ຖະ​ແຫຼ​ງການ​ລັດຖະທຳ​ມະນູນເພີ່ມ​ເຕີມ, ​ໃນ​ນັ້ນລວມມີ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດ​ອຳນາດ​ຂອງ​ປະທານາທິບໍດີ ​ແລະ ອົງການ​​ເປັນ​ສັກຂີ​ພິຍານ​ປະທານາທິບໍດີ​​ສາບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່​ງອາດ​ຈະ​ແມ່ນ​ສານ​ລັດຖະທຳ​ມະນູນ​ສູງ​ສຸດ.

 

ຂ່າວ/ບົດ​ອື່ນ