ອີຢິບ ສືບສວນສາຍເຫດ ກໍ່ຄວາມຮຸນແຮງຢູ່ສຳນັກງານປະທານາທິບໍດີ

ອີຢິບ ສືບສວນສາຍເຫດ ກໍ່ຄວາມຮຸນແຮງຢູ່ສຳນັກງານປະທານາທິບໍດີ - ảnh 1
ການປະທະກັນຕໍ່ໜ້າວັງ Ettehadiya
(ພາບ: en.rian.ru)

(vovworld) - ໜັງສືພິມ​ລາຍ​ວັນ “Egypt Independent” ​ເມື່ອ​ວັນ​ທີ 2/2 ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງໂຄສົກ​ປະທານາທິບໍດີ, ທ່ານ Yasser Ali ​ໂດຍ​ໃຫ້​ຮູ້​ວ່າ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ອີ​ຢິບ ​ໄດ້​ຈັບ​ຕົວ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈຳນວນ​ໜຶ່ງ ທີ່​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ກັບ​ຕຳຫຼວດ ຢູ່​ຕໍ່ໜ້າ​ວັງ Ettehadiya ຢູ່ ກາຍ​ໂຣ ​ເພື່ອ​ສືບສວນ​ສາຍ​ເຫດທີ່ກໍ່ຄວາມ​ຮຸນ​ແຮງ, ພ້ອມ​ທັງ​ກຳນົດ​ວ່າ ມີການ​ຍຸຍົງ​ຂອງ​ບັນດາ​ກຸ່ມ​ການ​ເມືອງຫຼື​ບໍ່. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Mohamed Ibrahim ສະ​ແດງ​ຄວາມ​ເສຍດາຍ​​ຕໍ​ການ​ກະທຳ​ທີ່​ຂັນ​ແຂງຂອງ​ຕຳຫຼວດ​ເພື່ອ​ຕ້ານຄືນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໃນ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ດັ່ງກ່າວ ​ແລະ ຢັ້ງຢືນ​ວ່າ​ຈະ​ສືບສວນ​ກໍລະນີ​ດັ່ງກ່າວ.  ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ອີ​ຢິບ Hesham Qandil ​ໄດ້​ກ່າວ​ປະນາມ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ຖະ​ແຫຼ​ງການ​ທາງ​ໂທລະພາບ​ພາຍຫຼັງ​ໄປ​ກວດກາ​ຄວາມ​ສະຫງົບ​ຢູ່​ສະໜາມ​ຫຼວງ Tahrir, ທ່ານ​ນາຍົກລັດຖະມົນຕີ Qandil ສະ​ເໜີ​ໃຫ້​ທຸກໆ​ກຳລັງ​ການ​ເມືອງ​ຮຽກຮ້ອງ​ໃຫ້​ຜູ້​ສະໜັບ​ສະ​ໜູນ​ຖອນ​ອອກ​ຈາກ​ເສັ້ນທາງ​ສາຍ​ຕ່າງໆ​ທີ່ໃກ້​ກັບ ສຳນັກງານ​ປະທານາທິບໍດີ ​ແລະ ບໍ່​​ໃຊ້​ຄວາມ​ຮຸນ​​ແຮງ.

 

ຂ່າວ/ບົດ​ອື່ນ