ອີຢີບ ເພີ່ມຄວາມ ວຸ້ນວາຍ, ບັນດາປະເທດ ສືບຕໍ່ໃຫ້ພົນລະເມືອງ ອົບພະຍົບ

ອີຢີບ ເພີ່ມຄວາມ ວຸ້ນວາຍ, ບັນດາປະເທດ ສືບຕໍ່ໃຫ້ພົນລະເມືອງ ອົບພະຍົບ - ảnh 1
(ພາບປະກອບ)

(vovworld) - ສະພາບ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ອີ​ຢີບ ພວມ​ຊົ່ວຮ້າຍ​ລົງ, ການ​ດຳລົງ​ຊີວິດ ​ແລະ ອອກ​ແຮງ​ງານ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ ນີ້​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ອັນຕະລາຍ. ຕໍ່ໜ້າ​ສະພາບ​ການ​ຄື​ແນວ​ນັ້ນ, ບັນດາ​ປະ​ເທດ​ລ້ວນ​ແຕ່​ມີ​ແຜນການ​ອົບພະຍົບພົນລະ​ເມືອງ​ຂອງ​ຕົນ​ອອກ​ຈາກ​ອີ​ຢີບ. ວັນ​ທີ 20 ສິງຫາ, ກະຊວງ​ການ​ຕ່າງປະ​ເທດ ຟີ​ລິບ​ປີນ ​ໄດ້​ຍົກ​ລະດັບ​ເຕືອນ​ໄພ​ວິ​ກິດ​ການ​ຢູ່​ອີ​ຢີບ ຂຶ້ນ​ລະດັບ 4, ​ເຊິ່ງ​ແມ່ນລະດັບ​ສູງ​ສຸດ​ໃນ​ລະບົບ​ເຕືອນ​ໄພ​ດ່ວນ​ຂອງ​ປະ​ເທດ​ນີ້, ໝາຍ​ຄວາມ​ວ່າ ​ພົນລະ​ເມືອງ​ຟີ​ລິບ​ປີນ ຢູ່​ອີ​ຢີບ ຈະ​ໄດ້​ຮັບ​ການ​​ຊ່ວຍ​ເຫຼືອ​ຄ່າ​ກັບ​ຄື​ນ​ເມືອ​ປະ​ເທດ. ຕອນ​ຄໍ່າ​ວັນ​ດຽວ​ກັນ, ບັນດາ​ນັກ​ສຶກສາ​ຂອງ​ມາ​ເລ​ເຊຍ ທີ່ພວມ​ຮໍ່າຮຽນ​ຢູ່​ອີ​ຢີບ ​ເລີ່​ມອົບ​ພະຍົບ​ໄປ​ຍັງ​ບັນດາ​ປະ​ເທດ​ບ້ານ​​​ໃກ້​​ເຮືອນ​ຄຽງຂອງ​ອີ​ຢີບ ກ່ອນ​ທີ່​ກັບ​ເມືອ​ປະ​ເທດ.

        ​ໃນ​ຂະນະ​ນັ້ນ, ສະພາບ​ການ​ຢູ່​ອີ​ຢີບ ມີ​ບັນດາ​ການ​ຜັນ​ແປ່​ໃໝ່. ສຳນັກ​ຂ່າວສານ MENA ຂອງ​ປະ​ເທດ​ນີ້​ໄດ້​ໃຫ້​ຂ່າວ​ວ່າ, ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ (MB) ​ໄດ້​ເລືອກ​ຮອງຜູ້ນຳ Mahmoud Ezzat ​ແມ່ນ​ຜູ້ນຳ​ຊົ່ວ​ຄາວ, ພາຍຫຼັງ​ຜູ້ນຳ​ຂອງ MB ​ແມ່ນ Mohamed Badie ຖືກ​ຈັບຕົວ.
​​​ຕໍ່ໜ້າ​ສະພາບ​ຂາດ​ສະ​ຖຽນລະ​ພາບ​ຢູ່ ອີ​ຢິບ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ອີ​ຢິບ ດ່າວ​ແທ່ງ​ຈູງ ​ໃຫ້ຮູ້​ວ່າ: ມາ​ຮອດ​ຈຸດ​ເວລາ​ນີ້, ພົນລະ​ເມືອງ ຫວຽດນາມ ຢູ່ ອີ​ຢິບ ທັງ​ໝົດ, ຍັງ​ຄົງ​​ໄດ້​ຮັບປະກັນ​ຄວາມປອດ​ໄພ​. ​ທ່ານ​ເອກ​ອັກຄະ​ລັດຖະທູດ ດ່າວ​ແທ່ງ​ຈູງ ໃຫ້ຮູ້​ວ່າ:

“ລັດຖະບານ ຫວຽດນາມ ກໍ່​ຄື​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ເອົາ​​ໃຈ​ໃສ່​ເຖິງ​ຄວາມ​ປອດ​ໄພ​ຂອງ​ຊາວ ຫວຽດນາມ ປະຈຳ ​ອີ​ຢິບ. ​ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ຢູ່​ພາຍ​ໃນ​ປະ​ເທດ, ພວກ​ຂ້າພະ​ເຈົ້າ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ພໍ່​ແມ່ ປະຊາຊົນ, ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ທຳ​ມາ​ຫາ​ກິນ ຢູ່ ອີ​ຢິບ ​ເປັນ​ປະຈຳ, ສົ​ມທົບ​ກັບ​ພາຍ​ໃນ​ປະ​ເທດ​ສ້າງ​ບັນດາ​​ວິທີ​ການ​ລະອຽດ​ໃນ​ກໍ​ລະນີທີ່​ຈຳ​ເປັນ​​ເພື່ອ​ແນ​ໃສ່​ອົບ​ພະຍົບ, ຮັບປະກັນ​ຄວາມ​ປອດ​ໄພໃຫ້​ປະຊາ​ຄົມ ຫວຽດນາມ ອາ​ໄສ​ຢູ່ ອີ​ຢິບ.”


ຕອບກັບ

ຂ່າວ/ບົດ​ອື່ນ