ອີຢິບ ເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບໃຫ້ແກ່ກອງປະຊຸມ COP27

(VOVWORLD) - ປ້ອມກວດກາ ແລະ ຮົ້ວປ້ອງກັນຄວາມສະຫງົບໄດ້ສ້າງຂຶ້ນຢູ່ລຽບຕາມເສັ້ນທາງໃຫຍ່ຢູ່ພາຍໃນ ແລະ ອ້ອມແອ້ມນະຄອນ Sharm El-Sheikh
ອີຢິບ ເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບໃຫ້ແກ່ກອງປະຊຸມ COP27 - ảnh 1ເຂດຈັດກອງປະຊຸມ COP27 ໄດ້ປ້ອງກັນເປັນຢ່າງດີ

ອີຢິບ ໄດ້ປະຕິບັດສຳເລັດທຸກໆວຽກງານກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 27 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27), ຈັດຂຶ້ນຢູ່ນະຄອນ Sharm El-Sheikh ແຕ່ວັນທີ 6 – 18 ພະຈິກ, ໃນນັ້ນບັນຫາປ້ອງກັນຄວາມສະຫງົບ, ຮັບປະກັນຄວາມປອດໄພໃຫ້ແກ່ເຫດການໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ປ້ອມກວດກາ ແລະ ຮົ້ວປ້ອງກັນຄວາມສະຫງົບໄດ້ສ້າງຂຶ້ນຢູ່ລຽບຕາມເສັ້ນທາງໃຫຍ່ຢູ່ພາຍໃນ ແລະ ອ້ອມແອ້ມນະຄອນ Sharm El-Sheikh, ໃນຂະນະທີ່ບັນດາມາດຕະການປ້ອງກັນຄວາມສະຫງົບໄດ້ເພີ່ມທະວີຢູ່ສະໜາມບິນສາກົນ Sharm El-Sheikh.

        ສູນປະຊຸມສາກົນ Sharm El-Sheikh ໄດ້ສ້າງເປັນເຂດສີຂຽວ, ມີພຽງແຕ່ບຸກຄົນທີ່ບັນດາອົງການຂອງ ສປຊ ອະນຸຍາດຈຶ່ງສາມາດເຂົ້າເຂດດັ່ງກ່າວໄດ້. ລັດຖະບານ ອີຢິບ ໄດ້ສ້າງຕັ້ງເຂດສີຂຽວຢູ່ພາຍໃນສວນສາທາລະນະສັນຕິພາບ, ເຊິ່ງເປັນສະຖານທີ່ດຳເນີນບັນດາເຫດການຢູ່ນອກກອງປະຊຸມຂອງບັນດາວິສາຫະກິດ, ຊາວໜຸ່ມ, ບັນດາອົງການສັງຄົມພົນລະເຮືອນ, ບັນດາປະຊາຄົມທ້ອງຖິ່ນ...

ຕອບກັບ

ຂ່າວ/ບົດ​ອື່ນ