ອີຢິບ ແລະ ຫຼາຍປະເທດໄດ້ຄັດຄ້ານເຈດຈຳນົງບຸກໂຈມຕີນະຄອນ Rafah ຂອງກອງທັບ ອິດສະຣາແອນ ຢ່າງແຮງ

(VOVWORLD) - ອີຢິບ ກໍ່ຮຽກຮ້ອງ “ຄວາມສາມັກຄີ” ໃນທຸກໆຄວາມມານະພະຍາຍາມຂອງພາກພື້ນ ແລະ ສາກົນ ເພື່ອສະກັດກັ້ນການບຸກໂຈມຕີແນໃສ່ເຂດ Rafah.

ວັນທີ 11 ກຸມພາ, ອີຢິບ ໄດ້ເນັ້ນໜັກວ່າ ປະເທດນີ້ໄດ້ປະຕິເສດຖະແຫຼງການຂອງບັນດາເຈົ້າໜ້າທີ່ຂັ້ນສູງໃນລັດຖະບານ ອິດສະຣາແອນ ກ່ຽວກັບເຈດຈຳນົງຂອງກຳລັງ ອິດສະຣາແອນ ທີ່ຢາກດຳເນີນບັ້ນເຄື່ອນໄຫວດ້ານການທະຫານຢູ່ນະຄອນ Rafah ທາງທິດໃຕ້ຂອງເຂດ ກາຊາ.

        ຕາມຖະແຫຼງການທາງການຂອງກະຊວງການຕ່າງປະເທດ ອີຢິບ ແລ້ວ, ກາຍໂຣ ສືບຕໍ່ກ່າວເຕືອນກ່ຽວກັບຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງບັ້ນຮົບການທະຫານຄືແນວນີ້, ຍ້ອນວ່າ ມັນມີຄວາມສ່ຽງເຮັດໃຫ້ວິນາດສະກຳມະນຸດສະທຳຢູ່ເຂດ ກາຊາ ຮ້າຍແຮງຂຶ້ນຕື່ມ. ອີຢິບ ກໍ່ຮຽກຮ້ອງ “ຄວາມສາມັກຄີ” ໃນທຸກໆຄວາມມານະພະຍາຍາມຂອງພາກພື້ນ ແລະ ສາກົນ ເພື່ອສະກັດກັ້ນການບຸກໂຈມຕີແນໃສ່ເຂດ Rafah.

        ສຳລັບປະຕິກິລິຍາສາກົນ, ໃນການໂອ້ລົມທາງໂທລະສັບໃນວັນທີ 11 ກຸມພາ, ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu, ທ່ານ Biden ຮຽກຮ້ອງໃຫ້ ອິດສະຣາແອນ ບໍ່ຄວນດຳເນີນບັ້ນຮົບນີ້, ຍົກເວັ້ນໄດ້ມີແຜນການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຢູ່ເຂດ Rafah. ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock - ຜູ້ທີ່ຈະໄປປະຕິບັດງານຄັ້ງທີີ 5 ຢູ່ເຂດ ຕາເວັນອອກກາງ ໃນຕົ້ນອາທິດໜ້າ ນັບແຕ່ເກີດການປະທະກັນລະຫວ່າງ ອິດສະຣາແອນ - ຮາມາດ, ຖືວ່າ ການບຸກໂຈມຕີຂອງກອງທັບ ອິດສະຣາແອນ ທີ່ແນໃສ່ເຂດ Rafah ຈະແມ່ນວິນາດສະກຳມະນຸດສະທຳ. ຫຼາຍປະເທດເຂດ ອ່າວ ເປີເຊຍ ໄດ້ກ່າວເຕືອນບັ້ນຮົບການທະຫານຂອງ ອິດສະຣາແອນ ທີ່ແນໃສ່ Rafah ວ່າຈະພາໄປເຖິງວິນາດສະກຳດ້ານມະນຸດສະທຳ ແລະ ລະເມີດເຖິງໂທດດັບສູນເຊື້ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ