ອີຢິບ ໄດ້ຖືການຕ້ານກໍ່ການຮ້າຍແມ່ນຈຸດສຸມໃນສະຫະພັນລັດຖະສະພາພາກພື້ນເມດີແຕຣາເນ

(VOVWORLD) - ວັນທີ 16 ກັນຍາ, ທ່ານ Ali Abdel Aal, ປະທານສະພາແຫ່ງຊາດ ອີຢິບ ໃຫ້ຮູ້ວ່າ: ບັ້ນຮົບຕ້ານກໍ່ການຮ້າຍຢູ່ພາກພື້ນ ເອີລົບ ແລະ ບັນດາປະເທດຄູ່ຮ່ວມມື ທາງທິດໃຕ້ພາກພື້ນເມດີແຕຣາເນ ຈະແມ່ນເນື້ອໃນຫຼັກແຫຼ່ງ ໃນກອງປະຊຸມຂອງສະຫະພັນລັດຖະສະພາ ພາກພື້ນເມດີແຕຣາເນ (PA –UfM) ໃນປີ ອີຢິບ ຮັບຜິດຊອບເປັນປະທານ PA –UfM. 

ອີຢິບ ໄດ້ຖືການຕ້ານກໍ່ການຮ້າຍແມ່ນຈຸດສຸມໃນສະຫະພັນລັດຖະສະພາພາກພື້ນເມດີແຕຣາເນ - ảnh 1

 ທ່ານ Ali Abdel Aal, ປະທານສະພາແຫ່ງຊາດ ອີຢິບ 

(ພາບ: sis.gov.eg)

ຄຳເຫັນຂອງທ່ານ Abdel Aal ໄດ້ຍົກອອກມາທີ່ກອງປະຊຸມຄົບຄະນະຄັ້ງທຳອິດຂອງຫ້ອງວ່າການ PA –UfM ທີ່ສຳນັກງານສະພາແຫ່ງຊາດອີຢິບ ທີ່ ນະຄອນຫຼວງ ກາຍໂຣ, ເປັນຂີດໝາຍເລື່ອງ ອີຢິບ ເປັນປະທານໝູນວຽນ PA –UfM. ກອງປະຊຸມນີ້ມີການເຂົ້າຮ່ວມຂອງບັນດາສະມາຊິກລັດຖະສະພາ ເອີລົບ (EP), ຜູ້ຕາງໜ້າສະພາແຫ່ງຊາດຕວກກີ ແລະ ອີຕາລີ ກໍ່ຄືຜູ້ນຳໜ້າບັນດາຄະນະກຳມະການຂອງ PA –UfM, ປຶກສາຫາລື ກ່ຽວກັບໂຄງການດຳເນີນງານໃນໄລຍະຈະມາເຖິງ ຂອງບັນດາກຳມາທິການກໍ່ຄືການສ້າງຕັ້ງບັນດາຄະນະເລຂາຂອງ PA –UfM ໃນໄລຍະຈະມາເຖິງ. ຕາມແຜນການແລ້ວ, ສຳນັກງານຂອງຄະນະເລຂາ PA –UfM ຈະສ້າງຕັ້ງຢູ່ Barcelona, ປະເທດ ແອດສະປາຍ.

ຕອບກັບ

ຂ່າວ/ບົດ​ອື່ນ