ອີຢີບຈັດຕົວຫົວໂປກໍ່ການຮ້າຍຜູ້ໜຶ່ງ

ອີຢີບຈັດຕົວຫົວໂປກໍ່ການຮ້າຍຜູ້ໜຶ່ງ - ảnh 1

ຫົວ​ໂປ​ກໍ່​ການ​ຮ້າຍ

Muhammad Jamal Abu Ahmad

(ພາບ:cnn.com)

(vovworld) - ອີ​ຢີບ ຫາ​ກໍ່​ຈັບ​ຕົວ Muhammad Jamal Abu Ahmad ຫົວ​ໂປ​ກໍ່​ການ​ຮ້າຍທີ່​ຖືກ​ສົງ​ໃສ​ປະຕິບັດ​ການ​ບຸກ​ໂຈມ​ຕີ​ກົງ​ສູນ​ອາ​ເມ​ລິ​ກາ ປະຈຳ​ລີ​ບີ ​ເມື່ອ​ເດືອນ 9/2012 ຜ່ານ​ມາ. ສື່​ເອ​ເລກ​ໂຕ​ນິກ Egypt Independent ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ ທ່ານ​ໜຶ່ງ ​ໂດຍ​​ໃຫ້​ຮູ້​ວ່າ: Muhammad Jamal Abu Ahmad ​ເຄີຍ​ແມ່ນ​ສະມາຊິກ​ຂອງ​ກຸ່ມ​ອິດສະ​ລາມ​ຈີ​ຮາດ ຖືກ​ຈັບ​ຕົວ​ໃນ​ອາທິດ​ຜ່ານ​ມາ. Muhammad Jamal Abu Ahmad ມີ​ອາຍຸ 45 ປີ ​​​ເຄີຍໄດ້​ເຕົ້າ​ໂຮມ​ກຸ່ມ​ໜຶ່ງ​ເພື່ອ​ເຄື່ອນ​ໄຫວ ​ແລະ ກໍ່ສ້າງບັນດາ​ຄ້າຍ​ຝຶກ​ແອບ​ຢູ່​ລີ​ບີ ​ແລະ ອີ​ຢີບ ​ໄດ້​ຮັບ​ການ​ອຸປະຖຳ​ຈາກ​ກຸ່ມ​ກໍ່​ການ​ຮ້າຍອາ​​ເກ​ດາ​ ຢູ່ອີ​ເອ​ແມນ. ​ໃນ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເມື່ອວັນ​ທີ 11/9 ຢູ່​ລີ​ບີ, ທ່ານ​ເອກອັກຄະ​ລັດຖະທູດ ​​ແລະ ນັກ​ການ​ທູດອາ​ເມ​ລິ​ກາ 3 ທ່ານ​ຖືກ​ເສຍ​ຊີວິດ.

 

ຂ່າວ/ບົດ​ອື່ນ