ອີຢິບຈະຈັດຕັ້ງກອງປະຊຸມບັນດາປະເທດອຸປະທຳໃຫ້ເຂດ ກາຢາ

ອີຢິບຈະຈັດຕັ້ງກອງປະຊຸມບັນດາປະເທດອຸປະທຳໃຫ້ເຂດ ກາຢາ - ảnh 1
ເຂດ ກາ​ຊາ ພາຍຫຼັງ​ການ​ຍິງ​ປືນ​ຂອງ Israel và Hamas
(ພາບ: AP)

(vovworld)​ ​- ວັນທີ 6/10,ກອງປະຊຸມບັນດາປະເທດອຸປະທຳແກ່ການກໍ່ສ້າງເຂດກາຢາຄືນໃໝ່ ຈະໄດ້ຈັດຕັ້ງຢູ່ນະຄອນຫຼວງກາຍໂກ ວັນທີ 12/10ຈະມາເຖິງ. ທ່ານລັດຖະມົນຕີຕ່າງປະເທດອາເມລິກາ John Kerry ກໍ່ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້. ໃນຖະແຫຼງການກ່ອນນັ້ນ, ອຳນາດການປົກຄອງ Palestine ໄດ້ສະເໜີບ້ວງເງິນໜູນຊ່ວຍ 4 ຕື້ USD ໃຫ້ເຂດກາຢາ, ໃນນັ້ນ 1,9 ຕື້ USD ເພື່ອກໍ່ສ້າງພື້ນຖານໂຄງລ່າງ ແລະ 1,2 ຕື້ USD ເພື່ອຟື້ນຟູບັນດາ ການເຄື່ອນໄຫວດຳເນີນທຸລະກິດຢູ່ເຂດກາຢາ.    

ເດືອນແລ້ວນີ້,  ລັດຖະບານອາເມລິກາໄດ້ປະກາດບ້ວງເງິນໜູນຊ່ວຍ    ຮີບດ່ວນເພີ່ມເຕີມລວມມູນຄ່າ 71 ລ້ານ USD, ອັນໄດ້ຍົກຍອດຄ່າໃຊ້ຈ່າຍ ອຸປະທຳໃຫ້ເຂດກາຢາ ນັບແຕ່ເມື່ອເລີ່ມຕົ້ນເກີດການສູ້ຮົບ ລະຫວ່າງ Israel ແລະ Hamas ຮອດປະຈຸບັນເພີ່ມຂຶ້ນ 118 ລ້ານ USD.

ຂ່າວ/ບົດ​ອື່ນ