ອີຢິບຊຸກຍູ້ການສ້າງຕັ້ງເຂດການຄ້າເສລີອາຟະລິກາ

ອີຢິບຊຸກຍູ້ການສ້າງຕັ້ງເຂດການຄ້າເສລີອາຟະລິກາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຢິບ Abdel – Fattah El Sisi
(ພາບ​ປະ​ກອບ: Getty Images)

(vovworld) - ​​ ​​​​ວັນ​ທີ 17/07, ທີ່​ກອງ​ປະ​ຊຸມ​ລັບ​ໃນ​ຂອງ​ເຂດກອງ​ປະ​ຊຸມ​ສຸດຍອດພັນ​ທະ​ມິດ​ອາ​ຟະ​ລິ​ກາ​ (AU) ຄັ້ງ​ທີ 27, ຖືກ​ດຳ​ເນີນໃນ​ລະ​ຫວ່າງວັນ​ທ​ີ 10 – 18/07, ຢູ່​ນະ​ຄອນ​ຫຼວງ Kigali ຂອງ Rwanda, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຢິບ Abdel – Fattah El Sisi ໄດ້​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ການ​ນຳ ອາ​ຟະ​ລິ​ກາ​ ຍູ້​ແຮງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ມຸ່​ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລ​ີອາ​ຟະ​ລິ​ກາ​ (CFTA). ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຢິບ ໃຫ້​ຮູ້​ວ່າ, ທີ່​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ El Sisi ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ CFTA, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ຂ້ອງ​ເຖິງ​ຂໍ້​ຕົກ​ລົງ​ນີ້​ຈ​ະ​ບັນ​ລຸ​​ຜົນ​ສຳ​ເລັດ​ໂດຍ​ໄວ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ. ການ​ນຳ​ອີ​ຢິ​ບ​ ໄດ້ຢືນ​ຢັນ​ຄ​ືນ​ໃໝ່​ຜົນ​ສຳ​ເລັດ​ກອນນັ້ນ​ຂອງກອງ​ປະ​ຊຸມ​ເສດ​ຖະ​ກິດ​ພາກ​ພື້ນ ຖືກ​ດຳ​ເນີນ​ຢູ່​ນະ​ຄອນ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ Sharm El Sheikh ຂອງ​ອີິ​ຢິບ ເມື່ອ​ເດືອນ 06/2015, ໃນ​ນັ້ນ​ບັນ​ດາ​ການ​ນຳອາ​ຟະ​ລິ​ກາ ໄດ້​ເຫັນ​ດີ​ໂຮມ 3 ເຂດ​ເສດ​ຖະ​ກິດ​ຕະ​ຫຼາດ​ອາ​ຟະ​ລິ​ກາ​ພາກ​ຕາ​ເວັນ​ອອກ ແລະ ອາ​ຟະ​ລິ​ກາ​ໃຕ້ (COMESA), ປະ​ຊາ​ຄົມ​ເສດ​ຖະ​ກິດອາ​ຟະ​ລິ​ກາ​​ຕາ​ເວັນ​ອອກ (EAC) ແລະ ປະ​ຊາ​ຄົມ​ພັດ​ທະ​ນາອາ​ຟະ​ລິ​ກາ​ໃຕ້ (SADC) ເປັນ​​ອົງ​ການໜຶ່ງ​ດຽວ ເພື່ອ​ສ້າງ​ຕັ້ງ CFTA ໃນ​ປີ 2017.

        ທີ່ກອງ​ປະ​ຊຸມ, ບັນ​ດາ​ການ​ນຳອາ​ຟະ​ລິ​ກາ​ ​ ໄດ້​ເຫັນ​ດີ​ມອບ​ສິດ​ໃຫ້​ຄະ​ນະ​ກຳ​ມະ​ການ AU ຮຽບ​ຮ​ຽງ​ແຜນ​ການ​ວິ​ໄສ​ທັດ CFTA. ຄາດ​ວ່າ​, ເອ​ກະ​ສານນີ້ຈະ​ໄດ້​ຍົກ​ອອກ​ມາ​ເພື່ອ​ປຶກ​ສາ​ຫາ​ລື​ທີ​ກອງ​ປະ​ຊຸມ​ສຸດຍອດ​ທະ​ວີບ, ຢູ່ Ethiopia ໃນ​ເດືອນ 01/2017.

ຂ່າວ/ບົດ​ອື່ນ