ອີຢິບຊອກຫາວິທີຊັບຊ້ອນການພົບປະລະຫວ່າງການນຳອິດສະລາແອນແລະປາແລດສະຕິນ

ອີຢິບຊອກຫາວິທີຊັບຊ້ອນການພົບປະລະຫວ່າງການນຳອິດສະລາແອນແລະປາແລດສະຕິນ - ảnh 1
​ທ່ານ​ປະທານາທິບໍດີ ປາ​ແລດ​ສະຕິ​ນ Mahmoud Abbas  ​ແລະ
ທ່ານ​ນາຍົກລັດຖະມົນຕີ ອິດສະ​ລາ​ແອນ Benjamin Netanyahu
(ພາບ: Reuters)

(vovworld) - ​ ວັນ​ທີ 24/05, ໜັງສືພິມ Yedioth Ahronoth ຂອງ ອິດສະ​ລາ​ແອນ ​ໃຫ້​ຮູ້​ວ່າ: ອີ​ຢິບ ພວມ​ຊັບຊ້ອນ​ຈັດຕັ້ງການ​ພົບ​ປະລະຫວ່າງ​ທ່ານ​ປະທານາທິບໍດີ ປາ​ແລດ​ສະຕິ​ນ Mahmoud Abbas  ​ແລະ ທ່ານ​ນາຍົກລັດຖະມົນຕີ ອິດສະ​ລາ​ແອນ Benjamin Netanyahu ​​ເຊິ່ງຈະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ ອີ​ຢິບ Abdel Fattah al-Sisi ຢູ່ Cairo ຈະ​ມາ​ເຖິງ ​ເພື່ອ​ຊຸກຍູ້ວິວັດທະນາ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ ອິດສະ​ລາ​ແອນ ​ແລະ ປາ​ແລດ​ສະຕິ​ນ. ຕາມ​ໜັງສື​ພິມ​ດັ່ງກ່າວ​ແລ້ວ, ທ່ານ​ປະທານາທິບໍດີ ອີ​ຢິບ al-Sisi ພວມ​ມານະ​ພະຍາຍາມ​ຊຸກຍູ້​ບັນດາ​ການ​ເຈລະຈາ​ລະຫວ່າງ ອິດສະ​ລາ​ແອນ ​ແລະ ປາ​ແລດ​ສະຕິ​ນ ​ໃຫ້ກ້າວ​ຂຶ້ນ​ສູ່ໄລຍະ​ໃໝ່ ​ໃນສະພາບ​ການ​ຂໍ້​ລິ​ເລີ່​ມຂອງ ຝະລັ່ງ ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຢູ່ Paris ຄາດ​ວ່າ ຈະ​ຈັດ​ຕັ້ງ​ໃນວັນ​ທີ 30/05 ​ແມ່ນຖືກ​ໂຈະ​ໄວ້ ​ແລະ ທ່ານ​ນາຍົກລັດຖະມົນຕີ Netanyahu ​ ສືບ​ຕໍ່ປະຕິ​ເສດ​ຂໍ້​ລິ​ເລີ່​ມດັ່ງ​ກ່າວ ​ເຖິງ​ວ່າ​ທ່ານ​ຢັ້ງຢືນ​ຄວາມພ້ອມ​ທີ່​ຈະພົບ​ປະ​​ກັບ​ທ່ານ​ປະທານາທິບໍດີ ປາ​ແລດ​ສະຕິ​ນ Mahmoud Abbas ໂດຍ​ກົງ ,

 

ຂ່າວ/ບົດ​ອື່ນ