ອີຢິບຍຸບເລີກເກືອບ100ອົງການຂຶ້ນກັບຂະບວນການອ້າຍນ້ອງຊາວມຸດສະລິມ

ອີຢິບຍຸບເລີກເກືອບ100ອົງການຂຶ້ນກັບຂະບວນການອ້າຍນ້ອງຊາວມຸດສະລິມ - ảnh 1
ບັນ​ດາ​ສະ​ມາ​ຊິກ​ຂອງ​ອົງ​ການ​ອ້າຍ​ນ້ອງ​ຊາວ ມຸດ​ສະ​ລິມ (MB) ຢູ່​ວາ​ລະ​ສານ​ທີ່​ນະ​ຄອນຫຼວງ ກາຍ​ໂຣ ເມື່ອ​ວັນ​ທີ 7/6/2014
(ພາບ): TTXVN

(vovworld) - ວັນ​ທີ 18/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ ສາ​ມັກ​ຄີ​ສັງ​ຄົມ ອີ​ຢິບ Ghada Wali ອອກ​ຄຳ​ສັ່ງ​ຍຸບ​ເລີກ ແລະ ​ຮິບ​ເອົາຊັບ​ສົມ​ບັດ​ຂອງ 99 ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ (NGO) ທີ່​ຖືກ​ກ່າວ​​ຫາໂທດມ​ີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ຂະ​ບວນ​ການ ອ້າຍ​ນ້ອງ​ຊາວ ມຸດ​ສະ​ລິມ (MB). ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົ​ກ​ອອກ​ມາ​ໂດຍ​ອີງ​ໃສ່​​ຄຳ​ຕັດ​ສິນ​ເມື່ອ​ເດືອນ 9/2013 ຂອງ​ສານ, ຕາມນັ້ນ​ແລ້ວ​ຫ້າມ​ເຄື່ອນ​ໄຫວ, ອອກ​ຄຳ​ສັ່ງ​​ຮິບ​ເອົາ​ຊັບ​ສົມ​ບັດ​ຂອງ MB ແລ​ະ ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ​ເພື່ອ​ຄຸ້ມ​ຄອງ​ຈຳ​ນວ​ນ​ຊັບ​ສິນນັ້ນ. ນອກ​ຈາກນັ້ນແລ້ວ, ຂໍ້​ຕົກ​ລົງ​ນີ້ກໍ່​ຫ້າມ​ເຄື່ອນ​ໄຫວ​ສຳ​ລັບ​ບໍ່​ວ່າ​ອົງ​ການ​ສະ​ມາ​ຊິກ​ໃດ, ​ທີ່ເຄື່ອນ​ໄຫວ​ໂດຍ​ອີງ​ໃສ່​ແຫຼ່ງ​ລາຍ​ຮັບ ແລະ ຮັບ​ບໍ່​ວ່າ​ຮູບ​ແບບ​ໜູນ​ຊ່ວຍ​ໃດ​ຈາກ MB. ຊັບ​ສົມ​ບັດ​ຂອງ NGO ຖືກຍຸບ​ເລີກ​ຈະ​​ຈັດ​ແບ່ງ​ໃຫ້​ກອງ​ທຶນ​ໜ​ູນ​ຊ່ວຍ​ບັນ​ດາ NGO ແລະ ບັນ​ດາ​ອົງ​ການ​ສັງ​ຄົມ​ພົນ​ລະ​ເຮືອນ.

        ນີ້​ແມ່ນ​ກຸ່ມ NGO ທີ 3 ມີ​ສາຍ​ກ່ຽວ​ພັນ​ກັບ MB ຖືກ​ຍຸບ​ເລີກ​ນັບ​ແຕ່​ຕົ້ນ​ປີ 2015.


ຂ່າວ/ບົດ​ອື່ນ