ອີຢິບຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງແລະການແບ່ງແຍກພາຍຫຼັງເກີດກະແສຟອງແຫ່ຂະບວນປະທ້ວງໜຶ່ງປີ

ອີຢິບຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງແລະການແບ່ງແຍກພາຍຫຼັງເກີດກະແສຟອງແຫ່ຂະບວນປະທ້ວງໜຶ່ງປີ - ảnh 1
ກຳລັງທະຫານພິເສດຢູ່ນອກສານ Heliopolis  ເມື່ອວັນທີ 25/6.
(ພາບ: AFP/TTXVN)

(vovworld) – ວັນ​ທີ 30/6, ​ໃນ​ສະພາບການ​ໃຊ້​ຄວາມ​ຮຸ​ນ​ແຮງ ​ແລະ ​ແບ່ງ​ແຍກ​ຢ່າງ​ເລິກ​​ເຊິ່ງ, ອີ​ຢິບ​ໄດ້​ສະ​ເຫຼີ​ມສະຫຼອງ ໜຶ່ງ​ປີ​ແຫ່ງການ​ເກີດ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ ພາ​ໄປ​ເຖິງ​​ເລື່ອງ​ກອງທັບ​ອອກ​ຄຳ​ສັ່ງ​ໂຄ່ນ​ລົ້ມ​​ປະທານາທິບໍດີ ອິດສະ​ລາມ Mohamed Morsi. ​ບັນດາ​ກຳລັງ​ເຄີຍ​ນຳ​ໜ້າ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງ​ເມື່ອ​ວັນ​ທີ 30/6/2013 ສ່ວນ​ຫຼາຍ​ໄດ້ຖະ​ແຫຼ​ງວ່າບໍ່​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຊົມ​ເຊີຍ​ເຫດການ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ວຽກ​ງາ​ນສຳຄັນ​ທີ່​ສຸດ​​ແມ່ນ​ນຳ ອີຢິບ ຫລຸດ​ພົ້ນອອກ​ຈາກ​ໄລຍະປະຈຸ​ບັນ. ກຳລັງ​ການ​ເມືອງ​ຕ່າງໆ​ກໍ່​ໃຫ້​ຮູ້​ວ່າ: ບໍ່​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມ​ເພື່ອ​ສະ​ຫງວນບຸລິມະສິດ​ໃຫ້​ບັນດາ​ບັນຫາ​ອື່ນໆ.

    ​​ແລະ​ກໍ່​ໃນ​ວັນ​ທີ 30/6, ພັນທະ​ມິດ​ແຫ່ງ​ຊາດ​ສະໜັບສະໜູນ​ລັກສະນະຖືກຕ້ອງຕາມ​ກົດໝາຍ (NASL), ​ເຊິ່ງ​ແມ່ນກຳລັງ​ໂດຍ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມນຳ​ໜ້າ​ໄດ້​ເຕົ້າ​ໂຮມ 34 ພັກ​ການ​ເມືອງ ​ແລະ ຂະ​ບວນການ​ຊາວ​ມຸດ​ສະ​ລິ​ມພວມ​ຕໍ່ສູ້​ສະໜັບສະໜູນ​ທ່ານ​ປະທານາທິບໍດີ​ຜູ້​ຖືກ​ໂຄ່ນ​ລົ້ມ Mohamed Morsi, ​ໄດ້​ປຸກລະດົມກະ​ແສ​ຟອງ “ລຸກ​ຮື້​ຂຶ້ນ” ຄັ້ງ​ໃໝ່​ໃນ​ວັນ​ທີ 3/7 ຈະ​ມາ​ເຖິງ, ​ເນື່ອງ​ໃນ​ໂອກາດ​ດຳ​ເນີນ​ການ​ໂຄ່​ນລົ້​ມການ​ນຳ​ຊາວ​ມົດ​ສະ​ລິ​ມນີ້ຄົບຮອບ​ໜຶ່ງ​ປີ.


ຂ່າວ/ບົດ​ອື່ນ