ອີຢິບນຳຕົວສະມາຊິກຂອງອົງການອ້າຍນ້ອງຊາວມຸດສະລິມກ່ວາ300ຄົນຂຶ້ນສານດຳເນີນຄະດີ

ອີຢິບນຳຕົວສະມາຊິກຂອງອົງການອ້າຍນ້ອງຊາວມຸດສະລິມກ່ວາ300ຄົນຂຶ້ນສານດຳເນີນຄະດີ - ảnh 1
ຫົວ​ໜ້າ​​ທາງ​ດ້ານຈິດ​ໃຈ​ສູງ​ສຸດ​ຂອງ MB Mohamad Badie
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 16/12, ອຳ​ນາດ​ການ​ປົກ​ຄອງ ອີ​ຢິບ ຕັດ​ສິນ​ໃຈ​ນຳ​ສະ​ມາ​ຊິກ​ຂອງ​ອົງ​ການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິມ (MB) ຂຶ້ນ​ສານ​ການ​ທະ​ຫານ​​ດຳ​ເນີນ​ຄະ​ດີດ້ວຍ​ການ​ກະ​ທຳ​ຜິດ​ຈູດ​ເຜົາ​ສຳ​ນັກ​ງານ​ສານ​ຂອງ​ນະ​ຄອນ Ismailia ເມື່ອ​ເດືອນ 8 ປີ​ກ່າຍ. ໃນ​ຈຳ​ນວນຈຳ​ເລີຍ​ມີ​ຫົວ​ໜ້າ​​ທາງ​ດ້ານຈິດ​ໃຈ​ສູງ​ສຸດ​ຂອງ MB Mohamad Badie, ເລ​ຂາ​ທິ​ການ​ໃຫຍ່​ພັກ​ເສ​ລີ ແລະ ຍຸ​ຕິ​ທຳ Mohamed Beltagy, ຮອງ​ປະ​ທານ FJP Essam El – Erian ແລະ ​ນັກ​ບວດ​ຊາວ​ມຸດ​ສະ​ລິມ Safwat Hegazy. ທັງ 4 ​ບຸກຄົນ​ດັ່ງ​ກ່າວ​ພວມ​ຖືກ​ກັກ​ຂັງ ແລະ ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ກ່າວ​ຫາ​ທີ່​ໜັກ​ໜ່ວງ. ເລື່ອງ​ນຳ​ຕົວ​ບັນ​ດາ​ຈຳ​ເລີຍ​ດັ່ງ​ກ່າວ​ຂຶ້ນ​​ສານ​ດຳ​ເນີນ​ຄະ​ດີແມ່ນຄຳ​ສັ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Abdel Fattah el – Sisi ປະ​ກາດ​ໃຊ້, ໃນ​ນັ້ນ​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທັບ​ສົມ​ທົບ​ກັບ​ຕຳ​ຫຼ​ວດ​ເພື່ອ​​ປ້ອງກັນ​ບັ​ນ​ດາ​ສະ​ຖານ​ທີ່​ສຸດ​ສຸ​ມ, ພ້ອງ​ທັງ​ນຳ​​ຕົວບັນ​ດາ​ຜູ້​ບຸກ​ໂຈມ​ຕີ​​ຂຶ້ນ​ສານ​ການ​ທະ​ຫານ​​ດຳ​ເນີນ​ຄະ​ດີແທນ​ທີ່​ບັນ​ດາ​ສານ​​ພິ​ພາກ​ສາ​ຄະ​ດີ​ແພ່ງ​ຄື​ກ່ອນນີ້.

 


ຂ່າວ/ບົດ​ອື່ນ