ອີຢິບ:ປະຊາຊົນຫຼາຍ ຄົນສະໜັບສະໜູນລັດຖະທຳ ມະນູນສະບັບໃໝ່

ອີຢິບ:ປະຊາຊົນຫຼາຍ ຄົນສະໜັບສະໜູນລັດຖະທຳ ມະນູນສະບັບໃໝ່ - ảnh 1
ປະຊາຊົນ ອີຢິບ ຢູ່ບັນດາສະຖານທີ່ປ່ອນບັດ
(ພາບ: dantri.com)

(vovworld) – ຕາມ​ໝາກຜົນ​ແຫ່ງ​ການ​ນັບ​ບັດ​ໃນ​ເບື້ອງ​ຕົ້ນ​ຂອງ​ການ​​ເອົາປະຊາ​ມະຕິ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຢູ່ ອີ​ຢີບ, ວັນ​ທີ 15/1, ອັດຕາ​ຜູ້​ສະໜັບສະໜູນ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ບັນລຸ​ກ່ວາ 90% ຢູ່​ບາງ​ສະຖານ​ທີ່​ປ່ອນ​ບັດ​ຢູ່​ບັນດາ​ແຂວງ​ຂຶ້ນ​ກັບ​ເຂດທົ່ງພຽງ​ແມ່​ນ້ຳ Nile ​ແລະ ​ພາກ​ກາງ ອີ​ຢິບ. ຄາດ​ວ່າ, ໝາກຜົນ​ແຫ່ງ​ການ​ນັບ​ບັດຢ່າງ​ເປັນ​ທາງ​ການ​ຈະ​ປະກາດ​ໃນ​ຮອບ​ເວລາ 72 ​ຊົ່ວ​ໂມງນັບ​ແຕ່​ເມື່ອ​ສິ້ນ​ສຸດ​ວິວັດ​ການ​ປ່ອນ​ບັດ.

    ກາ​ນລົງ​ປະຊາ​ມະຕິ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ແມ່ນ​ການ​ປ່ອນ​ບັດ​ຄັ້ງ​ທຳ​ອິດ​ຢູ່ ອີ​ຢິບ “​ໄລຍະຫຼັງ​ລະບອບ Morsi” ​ແລະ ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ​ສຳລັບ 2 ບາດກ້າວ​ຕໍ່​ໄປ​ຂອງ​ວິວັດ​ທະ​ນາ​ການ​ມອບ​ໂອນ​ກາ​ນ​ເມືອງ ​ແມ່ນ​ການ​ເລືອກຕັ້ງ​ປະທານາທິບໍດີ ​ແລະ ການ​ເລືອກຕັ້ງ​ສະພາ​ແຫ່ງ​ຊາດ​ ​ເຊິ່ງຄາດ​ວ່າ​ຖືກ​ຈັດ​ຂຶ້ນ​ໃນ​ 6 ​ເດືອນ​ຈະ​ມາ​ເຖິງ.

    ລັດຖະທຳ​ມະນູນ​ສະບັບ​ໃໝ່​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ຫາງ​ສຽງ​ວ່າ: ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ບັນດາ​ກຸ້ມ​ສ່ວນ​ໜ້ອຍ ​ແລະ ຮັບປະກັນ​ຄວາມ​ຍຸຕິ​ທຳ​ສັງຄົມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເອກະສານ​ສະບັບ​ນີ້​ຖືກ​ບັນດາ​ນັກ​​ເຄື່ອນ​ໄຫວ​ສັງຄົມ ​ແລະ ອົງການ​ພົນລະ​ເຮື​ອນຕຳ​ນິຕິ​ຕຽນວ່າ​ສືບ​ຕໍ່​ຮັກສາ​ບັນດາ​ສິດ​ພິ​ເສດ​ຂອງ​ກອງທັບ.


ຂ່າວ/ບົດ​ອື່ນ