ອີຢີບປາດຖະໜາຢາກເພີ່ມທະວີການພົວພັນດ້ານເສດຖະກິດ,ການຄ້າກັບອາຊຽນ

ອີຢີບປາດຖະໜາຢາກເພີ່ມທະວີການພົວພັນດ້ານເສດຖະກິດ,ການຄ້າກັບອາຊຽນ - ảnh 1
(ກອງ​ປະ​ຊຸມ​ສຳ​ມະ​ນາ “ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ
ແລະ ການ​ລົງ​ທຶນ​ລະ​ຫວ່າ​ງ​ອີ​​ຢີບ ແລະ ອາ​ຊຽນ”)

(vovworld) - ວັນ​ທີ 04/06, ຢູ່​ນະ​ຄອນ​ຫຼວງ ກາຍ​ໂຣ, ປະ​ເທດ​ອີ​ຍີບ, ສະ​ພາການ​ທູດ​ອີ​​ຢີບ ແລະ ​ຄະ​ນະ​ກຳ​ມະ​ການອາ​ຊຽນ ປະ​ຈຳ​ກາຍ​ໂຣ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ລົງ​ທຶນ​ລະ​ຫວ່າ​ງ​ອີ​​ຢີບ ແລະ ອາ​ຊຽນ”. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ, ມີ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ ລວມ​ມີ: ບ​ຣຸ​ໄນ, ກຳ​ປູ​ເຈຍ, ​ອີນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ມຽນ​ມາ, ຟິ​ລິບ​ປິນ, ໄທ ແລະ​ ຫວຽດ​ນາມ. ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​​ອີ​​ຢີບ ໂດຮ່​ວາງ​ລອງ ​ຕີ​ລາ​ຄາ​ວ່າ, ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ອຽນ ພ້ອມ​ກັນ​ແບ່ງ​ປັນ ແລະ ສະ​ໜອງ​ຂໍ້​ມູນ​ຂ​່າວ​ເຖິງ​ມ​ະ​ຫາ​ຊົນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ອີ​​ຢີບ ກ່ຽວ​ກັບ​ອາ​ຊຽນ, ຜ່ານນັ້ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ຄ້​າ​ລະ​ຫວ່າງ 2 ຝ່າຍ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ປະ​ທານ​ສະ​ພາ​​ການ​ທູດ​ອີ​​ຢີບ Mounir Zahran ຢືນ​ຢັ​ນ​ວ່າ, ອາ​ຊຽນ ແມ່ນ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ, ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ດຶງ​ດູດ​ການ​ລົງ​ທຶນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ຈະ​ແມ່ນ​ບັນ​ດາ​ບົດ​ຮຽນ​ອັນ​ລຳ​ຄ່າສຳ​ລັບ​ອີ​ຍີບ, ພິ​ເສດ​ແມ່ນ​ລັດ​ຖະ​ບານ​ອີ​ຍີບ ພວມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ຍຸດ​ທະ​ສາດ “ວ​ິ​ໄສ​ທັດ​ອີ​​ຢີບ 2030”.

ຂ່າວ/ບົດ​ອື່ນ