ອີຢິບຢືນຢັນຄືນໃໝ່ການສະໜັບສະໜູນສ້າງຕັ້ງລັດປາແລດສະຕິນ

(VOVWORLD) - ວັນທີ 02 ທັນວາ, ໃນການໂອ້ລົມທາງໂທລະສັບ ກັບຄູ່ຕຳແໜ່ງປາແລດສະຕິນ Mahmoud Abbas, ທ່ານປະທານາທິບໍດີອີຢິບ Abdel Fattah El Sisi ໄດ້ຢືນຢັນຄືນໃມ່ຫຼັກໝັ້ນຂອງ ກາຍໂຣ ທີ່ສະໜັບສະໜູນສິດຂອງຊາວປາແລດສະຕິນ ສ້າງຕັ້ງລັດເອກະລາດ.

ອີຢິບຢືນຢັນຄືນໃໝ່ການສະໜັບສະໜູນສ້າງຕັ້ງລັດປາແລດສະຕິນ - ảnh 1

ທ່ານປະທານາທິບໍດີອີຢິບ Abdel Fattah El Sisi  

(ພາບປະກອບ: AFP/TTXVN)

ໃນຖະແຫຼງການໜຶ່ງ, ໂຄສົກຂອງທຳນຽບປະທານາທິບໍດີອີຢິບ Bassam Rady ໃຫ້ຮູ້ວ່າ, ທ່ານ Sisi ໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ຂອງອີຢິບ ສຳລັບເລື່ອງບັນລຸໄດ້ມາດຕະການແກ້ໄຂ “ຢ່າງຍຸດຕິທຳ ແລະ ຮອບດ້ານເພື່ອຮັບປະກັນສິດຂອງຊາວປາແລດສະຕິນ ໃນການສ້າງຕັ້ງລັດເອກະລາດ ຕາມບັນດາມະຕິຂອງສາກົນຖືກຕ້ອງຕາມກົດໝາຍ.”

        ສ່ວນທ່ານປະທານາທິບໍດີປາແລດສະຕິນ Abbas ຕີລາຄາສູງການສະໜັບສະໜູນຂອງອີຢິບ ໃນການປົກປ້ອງສິດຂອງຊາວປາແລດສະຕິນ ແລະ ບັນດາຄວາມມານະພະຍາຍາມຂອງກາຍໂຣ ເພື່ອແນໃສ່ຊຸກຍູ້ບັນດາຝ່າຍປາແລດສະຕິນ ກ້າວໄປເຖິງການໄກ່ເກ່ຍປອງດອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ