ອີຢີບຢືນຢັນວ່າເຫດເຮືອບິນລັດເຊຍຕົກຢູ່ອີຢີບໂດຍພວກກໍ່ການຮ້າຍປະຕິບັດ

ອີຢີບຢືນຢັນວ່າເຫດເຮືອບິນລັດເຊຍຕົກຢູ່ອີຢີບໂດຍພວກກໍ່ການຮ້າຍປະຕິບັດ - ảnh 1
ທ່ານປະທານາທິບໍດີ ອີ​ຢີບ Abdel – Fattah – Sisi
(ພາບ: AFP)

(vovworld) – ​ ​ວັນ​ທີ 24/02, ທ່ານປະທານາທິບໍດີ ອີ​ຢີບ Abdel – Fattah – Sisi ຢືນຢັນ​ວ່າ: ບັນດາພາກສ່ວນ​ກໍ່​ການ​ຮ້າ​ຍ​ໄດ້​ໜູນ​ຫລັງເຫດ​ເຮ​ືອບິນ A321 ຂອງ ລັດ​ເຊຍ ຕົກ​ຢູ່​ແຫຼມ Sinai ຂອງ ອີ​ຢີບ ​​​ເມື່ອ​ເດືອນ 10/2015. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່ ອີ​ຢີບ ຍອມຮັບ​ຢ່າງ​ເປັນ​ທາງ​ການວ່າ ​ນີ້​ແມ່ນ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ. ທ່ານ Al – Sisi ຖື​ວ່າ: ບັນດາຕົວ​ການ​ຂອງ​ເຫດການ​ດັ່ງກ່າວ ຢາກ​ທຳລາຍ​ຂະ​ແໜງ​ການທ່ອງທ່ຽວ​ຂອງ ອີ​ຢີບ, ພ້ອມ​ທັງທຳລາຍການ​ພົວພັນ​ລະຫວ່າງ ອີ​ຢີບ ກັບ ລັດ​ເຊຍ, ອີ​ຕາ​ລີ ​ແລະ ທົ່ວ​ໂລກ ​ເພື່ອ​​ເຮັດ​ໃຫ້ ອີ​ຢີບ ຕົກ​ຢູ່ໃນສະພາບທີ່ໂດດດ່ຽວ. ທ່ານ​ປະທານາທິບໍດີ Al – Sisi ​ເວົ້າ​​ຕື່ມ​ອີກ​ວ່າ ​ເຫດການ​ດັ່ງກ່າວ ​ໂດຍ​ພາກສ່ວນຫົວ​ຮຸນ​ແຮງ ​ເຄີຍ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢູ່ Sinai ກໍ່​ຂຶ້ນ.

 


ຂ່າວ/ບົດ​ອື່ນ