ອີຢີບສືບສວນເລື່ອງ ອະດີດປະທານາທິບໍດີ Mohamed Morsi ເຂັນຂ້າຜູ້ແຫ່ຂະບວນປະທ້ວງ

ອີຢີບສືບສວນເລື່ອງ ອະດີດປະທານາທິບໍດີ Mohamed Morsi ເຂັນຂ້າຜູ້ແຫ່ຂະບວນປະທ້ວງ - ảnh 1

(ພາບ:.nguoiduatin.vn)

(vovworld)-ວັນ​ທີ 5/7, ຫົວໜ້າ​ອົງການໄອ​ຍະ​ການອີ​ຢີບ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນດາ​ຜູ້​ພິພາກສາ​ສືບສວນ​ປະທານາທິບໍດີ Mohamed Morsi ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ ​ກ່ຽວກັບ​ຄຳ​ກ່າວ​ຜູກ​ໂທດ​ວ່າ​ ໄດ້​​ເຂັນ​ຂ້າ​ຜູ້​ແຫ່ຂະ​ບວນປະ​ທ້ວງ​ເມື່ອ​ຕົ້ນປີ 2011. ທ່ານ Mohamed Morsi ​ແລະ ບັນດາ​ການ​ນຳ​ຂັ້ນສູງ​ໃນ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ, ​ໃນ​ນັ້ນມີ​ທ່ານ​ປະທານ ​ແລະ ຮອງ​ປະທານ​ພັກ​ເສລີ ​ແລະ ຍຸດຕິ​ທຳ ຖືກ​ສືບສວນ​ຍ້ອນ​ກ່ຽວຂ້ອງ​ເຖິງ​ບັນດາ​ໂທດ​ກຳ​ຄື: ຊຸກຍູ້​ການ​ໃຊ້​ຄວາມ​ຮຸນ​ແຮງ, ​ເຂັນຂ້າບັນດານາຍ​ຕຳຫລວດ, ຈ້າງ​ບັນດາ​ມື​ປືນ​ເຂັນ​ຂ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຈູດ​ເຜົາ​ສຳນັກງານ​ຂອງ​ພັກ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ກຳ​ອຳນາດ​ໃນ​ຈຸດ​ເວລາ​ນັ້ນ.

   ກ່ຽວ​ກັບ​ເລື່ອງ​ທ່ານ Mohammed Al Baradei ອະດີດ​ຜູ້ອຳນວຍການ​ໃຫ່ຍອົງ​ການພະລັງງານ​ປະລະມາ​ນູສາກົນ (IAEA) ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ​ອີ​ຢີບ, ຕອນ​ຄ່ຳ​ວັນ​ທີ 6/7, ທີ່​ປຶກສາ​ຂອງ​ປະທານາທິບໍດີ​ອີ​ຢີບ ​ໃຫ້​ຮູ້​ວ່າ: ປະທານາທິບໍດີ​ຍັງ​ບໍ່​ທັນ​ລົງ​ນາມ​ໃນ​ຂໍ້ຕົກລົງ​ແຕ່​ຕັ້ງ​ເທື່ອ ​ແຕ່​ທ່ານ​ຜູ້​ນີ້​ກໍ່​ຢືນຢັນ​ວ່າ: ​ເລື່ອງທ່ານ Mohammed Al Baradei ກາຍ​ເປັນ​ນາຍົກລັດຖະມົນຕີ​ແມ່ນ​ການ​ເລື​ອກ​ເຟັ້ນທີ່​ເໝາະ​ສົມ.

 

 

 

ຂ່າວ/ບົດ​ອື່ນ