ອີຢິບສ້າງຕັ້ງຄະນະກຳມະການພິຈາລະນາຄືນກົດໝາຍວ່າດ້ວຍການແຫ່ຂະບວນປະທ້ວງ

ອີຢິບສ້າງຕັ້ງຄະນະກຳມະການພິຈາລະນາຄືນກົດໝາຍວ່າດ້ວຍການແຫ່ຂະບວນປະທ້ວງ - ảnh 1
ປະຊາຊົນນັບພັນຄົນໄດ້ເຕົ້າໂຮມຢູ່ Tahrir ໃຈກາງນະຄອນຫຼວງ Cairo, ອີຢິບ
 (ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)


(vovworld) – ວັນ​ທີ 26/11, ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ ອີ​ຢິບ Hazem El – Beblawy ​ໄດ້​ຕົກລົງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ເພື່ອ​ແນ​ໃສ່​ພິຈາລະນາ​ຄືນ​ກົດໝາ​ຍວ່າ​ດ້ວຍ​ການ​​ແຫ່​ຂະ​ບວນປະ​ທ້ວງ​ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ​​ເຊິ່ງ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ໃນ​ວັນ​ທີ 24/11 ຜ່ານ​ມາ. ຂໍ້​ຕົກລົງ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະລະ​ຫວ່າງ​ທ່ານ Beblawy ກັບ​ບັນດາ​ສະມາຊິກ​ຂອງ​​ແນວ​ໂຮມ​ກູ້​ຊາດ (NSF), ພັນທະ​ມິດ​ຝ່າຍ​ຄ້ານ​ຕົ້ນ​ຕໍ່​ຢູ່ ອີ​ຢິບ​ ຕ້ານ​ລັດຖະບານ​ຂອງ​ອະດີດ​ປະທານາທິບໍດີ Mohamed Morsi, ​ໃນ​ສະພາບ​​ເກີດ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງ​ໆ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ກົດໝາຍ​ສະບັບ​ດັ່ງກ່າວ, ກໍ່​ຄື​ການ​ຕຳ​ນິຕິ​ຕຽນ​ຂອງ​ຫາງ​ສຽງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ອີ​ຢິບ Hazem El – Beblawy ​ໃຫ້​ຄຳ​ໝັ້ນ​ສັນ​ຍາຕິ​ດຕາມ​ກວດກາ​ບັນດາ​ການ​ສືບສວນ​ເພື່ອ​ປ່ອຍ​ຕົວ​ບັນດາ​ບຸກຄົນ​ຖືກ​ຈັບ​ຕົວ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 26/11 ຕໍ່ໜ້າ​ສະພາ Shura (​ເຊິ່ງ​ແມ່ນ​ສະພາ​ສູງ ອີ​ຢິບ) ຢູ່​ໃຈກາງ​ນະຄອນຫຼວງ ກາຍ​ໂຣ, ​ເພື່ອ​ແນ​ໃສ່​ຄັດຄ້ານ​ຂໍ້​ມາດຕາ​ໜຶ່ງ​ໃນ​ຮ່າງ​ລັດຖະທຳ​ມະນູນ ທີ່ອະນຸຍາດ​ໃຫ້​ຈັດ​ຕັ້ງ​ວາລະ​ສານ​ການທະຫານ​ເພື່ອພິພາກສາ​ສາມັນ​ຊົນ.

ຂ່າວ/ບົດ​ອື່ນ