ອີຢິບເປີດບັ້ນຮົບການທະຫານຕ້ານIS

ອີຢິບເປີດບັ້ນຮົບການທະຫານຕ້ານIS - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 08/09, ກອງທັບ​ອີ​ຢິບ ຖະ​ແຫຼ​ງວ່າ, ​ໄດ້​ເປີດ​ບັ້ນ​ຮົບ​ການ​ທະຫານ​ທີ​ມີ​ຂອບ​ຂະ​ໜາດ​ໃຫຍ່ ຕ້ານ​ກຳລັງ ກຸ່ມລັດ​ອິດສລາມ IS ຂະ​ໜາມ​ນາມ​ເອງ ​ໃນ​ແຫຼມ Sinai, ​ໄດ້ດັບ​ສູ​ນພວກ​ກໍ່​ການ​ຮ້າ​ຍ 29 ຄົນ. ຖະ​ແຫຼ​ງການ​ຂອງ​ກອງທັບ​ອີ​ຢິບ ​ໃຫ້​ຮູ້​ວ່າ ນັບ​ແຕ່​ຕອນ​ເຊົ້າ​ວັນ​ທີ 07/09, ບັນດາ​ກົມ​ກອງ​ຕຳຫຼວດ ​ແລະ ກອງທັບ ​ໄດ້​​ເປີດ​ບັ້ນ​ຮົບ​ດັບ​ສູນ​ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍຢູ່​ເຂດ Rafah, Sheikh Zuweid ​ແລະ El Arish ທາງ​ທິດ​ເໜືອ Sinai. ພວກ​ກໍ່​ການ​ຮ້າ​ຍ 29 ຄົນ ຖືກ​ດັບ​ສູນ ​ໃນ​ຂະນະ​ທີ່​ຝ່າຍ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບມີ ນາຍ​ທະຫານ 1 ຄົນ ​ແລະ ພົນທະຫານ 1 ຄົນ​​ເສ​ຍຊີວິດ, ພ້ອມ​ກັບ 4 ຄົນ​ຮັບ​ບາດ​ເຈັບ​ເມື່ອ​ລົດ​ຂອງ​ເຂົ້າ​ເຈົ້າ​ຖືກ​ວາງລະ​ເບີດ.

ຂ່າວ/ບົດ​ອື່ນ