ອີຢີບເພີ່ມທະວີການ ປ້ອງກັນຄວາມສະຫງົບ ກ່ອນສານພິພາກສາທ່ານ Mohamed Morsi

ອີຢີບເພີ່ມທະວີການ ປ້ອງກັນຄວາມສະຫງົບ ກ່ອນສານພິພາກສາທ່ານ Mohamed Morsi - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ເພື່ອ​ສະໜັບສະໜູນ​ທ່ານ Mohamed Morsi

 (ພາບ: AFP-TTXVN )

(vovworld)-​​​​ ​ ​ ​ວັນ​ທີ 2/11, ອຳນາດ​ການ​ປົກ​ຄອງ​ອີ​ຢີບ ​ໄດ້​ສ້າງ​ບັນດາ​ວິທີ​ການ​ຮັບ​ມື​ກັບ​ໄພ​ຂາດ​ສະຖຽນ​ລະ​ພາບ​ອາດ​ຈະ​ເກີດຂຶ້ນ​ໃນ​ວັນ​ທີ 4/11 ຊື່​ງ​ແມ່ນ​ຈຸດ​ເວລາ​ຄາດ​ວ່າ​ຈັດ​ວາລະ​ພິພາສາ​ປະທານາທິບໍດີ​ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ ​ Mohamed Morsi ແລະ ຫົວ​ໂປ່ 14 ຄົນ​ຂອງ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ (MB). ​ໃນ​ຖະ​ແຫຼ​ງການ​ໃນ​ວັນ​ດຽວ​ກັນ, ກະຊວງ​ພາຍ​​ໃນ​ອີ​ຢີບ ກ່າວ​ເຕືອນ​ວ່າ MB ພວມຊອກ​ຫາ​ວິທີ​ກໍ່​ຄວາມ​ວຸ້ນວາຍ, ກີດຂວາງ​ຄົມມະນາຄົມ, ບຸກ​ໂຈມ​ຕີ​ສຳນັກງານ​ລັດ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ຖະ​ແຫຼ​ງການ​ຍັງ​ປະກາດ​ຈະ​ນຳ​ໃຊ້ “ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ນຳ​​ໃຊ້​ອາວຸດ“ ​ເພື່ອ​ຮັບ​ມື​ກັບ​ການ​ບຸກ​ໂຈມ​ຕີຄັ້ງຕ່າງໆ​ຂອງ MB ກໍ່​ຄື​ຜູ້​ສະໜັບສະໜູນ​ທ່ານ Mohamed Morsi ພ້ອມ​ທັງລະດົມ​ກຳລັງ​ເພື່ອ​ກຽມພ້ອມ​ຮັບ​ມື​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ​ໂດຍ MB ປຸກລະດົມ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ອົງການ​ນີ້​ປຸກລະດົມ​ໃນ​ໄລຍະ​ດຳ​ເນີນ​ວາລະ​ພິພາກສາ./.

ຂ່າວ/ບົດ​ອື່ນ