ອີຢິບເພີ່ມທະວີການປ້ອງກັນຄວາມສະຫງົບກ່ອນທີ່ດຳເນີນພິທີສາບານຕົວດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ Sisi

ອີຢິບເພີ່ມທະວີການປ້ອງກັນຄວາມສະຫງົບກ່ອນທີ່ດຳເນີນພິທີສາບານຕົວດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ Sisi - ảnh 1
ທ່ານ Abdel Fattah el – Sisi ຈະສາບານຕົວເຂົ້າດຳລົງຕຳແໜ່ງ ປະທານາທິບໍດີອີຢິບໃນວັນທີ8/6     (ພາບ : reuters)

 (vovworld)- ວັນ​ທີ 7/6, ກຳລັງປ້ອງກັນຄວາມສະຫງົບອີຢິບໄດ້ຖືກ ຜັນຂະຫຍາຍຢູ່ບັນດາສະຖານທີ່ ສຳຄັນໃນທົ່ວນະຄອນຫຼວງ ກາຍໂຣ ກ່ອນພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງປະທານາທິບໍດີຄົນໃໝ່ ທ່ານ Abdel Fattah el – Sisi ຍ້ອນ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ອິດສະ​ລາມ. ພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງ ປະທານາທິບໍດີຄົນໃໝ່ ທ່ານ Abdel Fattah el – Sisi ຈະ​ຖືກ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ແຫ່ງ​ຊາດ. ປະທານາທິບໍດີຄົນໃໝ່ຂອງ​ອີ​ຢິບທ່ານ Abdel Fattah el – Sisi ຈະ​ເປັນ​ເຈົ້າພາບ​ງານ​ລ້ຽງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ 15 ທ່ານ​ຂອງ​ປະ​ເທດ​ຕ່າງໆ, ​ໃນ​ນັ້ນ ມີ​ອົງ​ມົງກຸດ​ລາດຊະ​ກຸມມານ, ກະສັດ​ຂອງ​ບາງ​ປະ​ເທດ​ເຂດ​ອ່າວ​ເປີ​ເຊຍ, ປະທານາທິບໍດີ ປາ​ແລດ​ສຕິນ Abbas  ​ແລ​ະ ປະທານາທິບໍດີ​ອີຣານ Hassan Rouhani. 

ຂ່າວ/ບົດ​ອື່ນ