ອີຢິບ,ເຢແມນລົງນາມໃນຂໍ້ຕົກລົງຮ່ວມມືຕ້ານກໍ່ການຮ້າຍ

ອີຢິບ,ເຢແມນລົງນາມໃນຂໍ້ຕົກລົງຮ່ວມມືຕ້ານກໍ່ການຮ້າຍ - ảnh 1
(ພາບປະກອບ: THX/TTXVN)

​​(vovworld) - ວັນ​ທີ 12/07, ທ່ານ​ນາຍົກລັດຖະມົນຕີອີຢິບ Ibrahim Mahlab ​ແລະ ຄູ່​ຮ່ວມ​ຕຳ​ແໜ່​ງ​ເຢ​ແມນ Khaled Bahah ​ໄດ​​້ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກລົງ, ​ໃນ​ນັ້ນ​ມີ​ຂໍ້​ຕົກລົງ​ຮ່ວມ​ມື​ຕ້ານ​ກໍ່​ການ​ຮ້າຍ. ບັນດາ​ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ຂອບ​ເຂດ​ກອງ​ປະຊຸມຄະນະ​ປະສົມ ອີ​ຢິບ - ​ເຢ​ແມນ ຢູ່​ນະຄອນຫຼວງ ກາຍ​ໂຣ. ຕາມ​ຂໍ້​ຕົກລົງ​ລະຫວ່າງ​ກະຊວງ​ພາຍ​ໃນ 2 ປະ​ເທດ ​ແລ້ວ, 2 ຝ່າຍ​ຈະ​ສົມທົບ​ບັນດາ​ຄວາມ​ມານະ​ພະຍາຍາມ​​ແນ​ໃສ່ມາງ​ທຳລາຍ​ແຫຼ່ງກຳລັງ​ຂອງ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ ​ເພື່ອ​ຮັບປະ​ກັບຄວາມ​ສະຫງົບ​, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃຫ້​ປະຊາຊົນ.

ຂ່າວ/ບົດ​ອື່ນ