ອີ​ຢິບ​ແລະ​ຍີ່ປຸ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ

ອີ​ຢິບ​ແລະ​ຍີ່ປຸ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 04/09 ທ່ານ​ປະທານາທິບໍດີ ອີ​ຢິບ Abdel Fatah Al Sisi ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ (G20) ຢູ່ ຄ໋າງ​ເຈົາ (ຈີນ) ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ. ທ່ານ​ປະທານາທິບໍດີ ອີ​ຢິບ Abdel Fatah Al Sisi ຕີ​ລາຄາ​ສູງ​ການ​ພົວພັນ 2 ຝ່າຍ, ສະ​ແດງ​ຄວາມ​ຫວັງ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ແຕກ​ຕ່າງ​ກັນ ພິ​ເສດ​ແມ່ນ​ການ​ພັດທະນາ, ການ​ລົງທຶນ, ​ເສດຖະກິດ ​ແລະ ການ​ສຶກສາ. ສ່ວນ​ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງຈະ​ໄດ້​ເຫັນ​ປະຈັກ​ຕາ​ເລື່ອງ 2 ປະ​ເທດ​ຈະ​ຜັນ​ຂະຫຍາຍ​ຫລາຍ​ໂຄງການ​ຮ່ວມ ຕາມ​ບັນດາ​ຂໍ້​ຕົກລົງ ຊຶ່ງ​ໄດ້​ລົງ​ນາມ​ໃນ​ການ​ຢ້ຽມຢາມ ຍີ່ປຸ່ນ ຂອງ​ທ່ານ​ປະທານາທິບໍດີ ອີ​ຢິບ ​ເມື່ອ​ເດືອນ 2 ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ພະລັງງານ, ສາທາລະນະ​ສຸກ ​ແລະ ພື້ນຖານ​ໂຄງ​ລ່າງ. ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມືດ້ານ​ວັດທະນະທຳ, ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຢີລະຫວ່າງ 2 ຝ່າຍ.

ຂ່າວ/ບົດ​ອື່ນ