ອີຢູປະຕິຮູບວິທີເຮັດວຽກເພື່ອຮັບມືກັບບັນດາສິ່ງທ້າທາຍ

(VOVWORLD) - ວັນທີ 20 ຕຸລາ, ຢູ່ບຣຸກແຊນ, ປະເທດແບນຊິກ, ກອງປະຊຸມສຸດຍອດສະຫະພາບເອີລົບ (ອີຢູ) ໄດ້ສຸມໃສ່ປຶກສາຫາລືກ່ຽວກັບໂຄງການເຮັດວຽກຂອງບັນດາການນຳ ໃຫ້ວຽກງານຂອງສະຫະພາບໃນໄລຍະ 2 ປີຈະມາເຖິງ, ເຊິ່ງໄດ້ຮັບຖືວ່າແມ່ນສານປະຕິຮູບຂອງທ່ານປະທານສະພາເອີລົບ Donald Tusk.

ອີຢູປະຕິຮູບວິທີເຮັດວຽກເພື່ອຮັບມືກັບບັນດາສິ່ງທ້າທາຍ - ảnh 1 ທ່ານປະທານສະພາເອີລົບ Donald Tusk

(ພາບປະກອບ: AFP/TTXVN)

ກ່າວຄຳເຫັນໃນການປະຊຸມຂ່າວສິ້ນສຸດກອງປະຊຸມ, ທ່ານ Donald Tusk ໃຫ້ຮູ້ວ່າ, ແງ່ຫວັງຂອງໂຄງການດຳເນີນງານດັ່ງກ່າວແມ່ນເພື່ອແກ້ໄຂບັນດາບັນຫາກໍ່ຄວາມໂຕ້ຖຽງກັນ ໂດຍສະເພາະຄື ປະຕິຮູບໃນພາກພື້ນ Eurozone, ວິກິດການຊາວອົບພະຍົບ, ຄວາມໝັ້ນຄົງພາຍໃນກຸ່ມ, ການຄ້າ ແລະ ການເງິນຂອງອີຢູ ໃນອະນາຄົດ. ທ່ານປະທານ Donald Tusk ກໍ່ອະທິບາຍວ່າ ນັ້ນແມ່ນສາຍເຫດເປັນຫຍັງທ່ານຈຶ່ງສະເໜີວິທີການເຮັດວຽກໃໝ່, ອາດຈະໂດຍກົງກວ່າ ແລະ ຫຼຸດຜ່ອນລັກສະນະເປັນຮູບການລົງ. ສິ່ງດັ່ງກ່າວໝາຍຄວາມວ່າ, ເອີລົບອາດຈະຕ້ອງປະເຊີນໜ້າກັບບັນດາການ “ປະທະກັນ” ໃນຂົງເຂດເຊິ່ງການຮ່ວມມືຍັງບໍ່ທັນເປັນລະບຽບ ແລະ ອີຢູ ຕ້ອງຍ້ອນຮັບບັນດາສາຍເຫດດ້ວຍຄວາມຈິງໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ