ອີຢູປາດຖະໜາວ່າວິວັດການເຈລະຈາ Brexit ຈະຖືກດຳເນີນໄປຢ່າງເຂັ້ມງວດ

(VOVWORLD) -ຮອບເຈລະຈາຄັ້ງທີ 3 ກ່ຽວກັບເລື່ອງອັງກິດ ຖອນອອກຈາກສະຫະພາບເອິລົບ (ອີຢູ) ຫຼື້ ເອີ້ນວ່າ Brexit, ເລີ່ມດຳເນີນນັບແຕ່ຕອນບ່າຍວັນທີ 22 ສິງຫາ ແລະ ແກ່ຍາວຮອດວັນທີ 31 ສິງຫາ

ອີຢູປາດຖະໜາວ່າວິວັດການເຈລະຈາ Brexit ຈະຖືກດຳເນີນໄປຢ່າງເຂັ້ມງວດ - ảnh 1ອີຢູປາດຖະໜາວ່າວິວັດການເຈລະຈາ Brexit ຈະຖືກດຳເນີນໄປຢ່າງເຂັ້ມງວດ

(ພາບປະກອບ: Reuters)

ດ້ວຍບັນດາການເຄື່ອນໄຫວເລີ່ມຕົ້ນຈາກທ່ານຫົວໜ້າຄະນະເຈລະຈາຝ່າຍອີຢູ Michel Barniner ແລະ ຝ່າຍອັງກິດແມ່ນທ່ານ David Davis. ທ່ານຫົວໜ້າຄະນະເຈລະຈາອີຢູ Michel Barniner ໃຫ້ຮູ້ວ່າ, ອີຢູ ປາດຖະໜາຢາກເຂົ້າໃຈແຈ້ງທຸກໆທັດສະນະຂອງອັງກິດ ສຳລັບບັນດາບັນຫາທີ່ຍັງມີຄວາມຂັດແຍ້ງກັນ. ທ່ານ Barniner ຢືນຢັນວ່າ, ນີ້ແມ່ນສິ່ງທີ່ຈຳເປັນເພື່ອບັນລຸໄດ້ບັນດາຄວາມກ້າວໜ້າໃນວິວັດການເຈລະຈາ, ພ້ອມທັງຖືວ່າ 2 ຝ່າຍຕ້ອງເລີ່ມຕົ້ນການເຈລະຈາຢ່າງເຂັ້ມງວດ ແລະ ອີຢູ ຕ້ອງການມີສຳເນົາຂອງອັງກິດ ເພື່ອດຳເນີນການເຈລະຈາຕາມທິດສ້າງສັ້ນ. ຕາມທ່ານ Barniner ແລ້ວ, ເລື່ອງແກ້ໄຂບັນດາບັນຫາທີ່ບໍ່ທັນຈະແຈ້ງໂດຍໄວ ຈະຊ່ວຍໃຫ້ 2 ຝ່າຍມີເວລາຫຼາຍກວ່າເພື່ອປຶກສາຫາລືກ່ຽວກັບການພົວພັນໃນອະນາຄົດ ກໍຄືໃນໄລຍະຂ້າມຜ່ານ.

        ຕາມແຜນການຂອງຮອບເຈລະຈາຄັ້ງນີ້, ຄາດວ່າ, ອີຢູ ຈະປຶກສາຫາລືກ່ຽວກັບບັນຫາຊຳລະບັນດາບ້ວງເງິນ ເມື່ອອັງກິດ ຖອນອອກຈາກ ອີຢູ, ເລີ່ມຕົ້ນດ້ວຍເລື່ອງ ລອນດອນ ລາຍງານຜົນແຫ່ງການໄຈ້ແຍກດ້ານນິຕິກຳທີ່ກ່ຽວຂ້ອງເຖິງບ້ວງເງິນເຊິ່ງເຂົາເຈົ້າມີພັນທະຕ້ອງຊຳລະ.

ຕອບກັບ

ຂ່າວ/ບົດ​ອື່ນ