ອີຢູຢັ້ງຢືນການເລືອກຕັ້ງທົ່ວປະເທດຂອງມຽນມາແມ່ນເປັນໜ້າໄວ້ເນື້ອເຊື່ອໃຈແລະກະຈາງແຈ້ງ

ອີຢູຢັ້ງຢືນການເລືອກຕັ້ງທົ່ວປະເທດຂອງມຽນມາແມ່ນເປັນໜ້າໄວ້ເນື້ອເຊື່ອໃຈແລະກະຈາງແຈ້ງ - ảnh 1
ຜູ​​້ມີ​ສິດ​ເລື​ອກຕັ້ງ​ໄດ້​ຄັດ​ເລ​ືອກ
ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຢ່າງ​ແທດ​ຈິງ
(ພາບອີນເຕີແນດ)

(vovworld) – ວັນ​ທີ 10/11, ຄະນະ​ຕິດຕາມ​ກວດກາ​ການ​ເລືອກ​ຕັ້ງ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ຖະ​ແຫຼ​ງວ່າ, ການ​ເລືອກຕັ້ງ​ທົ່ວ​ປະ​ເທດ ​ເຊິ່ງ​ດຳ​​ເນີນ​ໃນ​ວັນ​ທີ 08/11 ຜ່ານ​ມາ​ຂອງ​ມຽນມາ ​ແມ່ນ​ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ​ກະຈາ​ງ​ແຈ້ງ, ວິວັດ​ການ​ເລືອກ​ຕັ້ງຖືກ​ດຳ​ເນີນ​ໄປ​ຢ່າງ​ດີງາມ. ທ່ານ​ຫົວໜ້າ​ຄະນະ​ຕິດຕາມ​ກວດກາ​ຂອງ​ອີ​ຢູ Alexander Graf Lambsdorff ຢືນຢັນ​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ຢ່າງ​ດີ ​ແລະ ຜູ​​້ມີ​ສິດ​ເລື​ອກຕັ້ງ​ໄດ້​ຄັດ​ເລ​ືອກບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຢ່າງ​ແທດ​ຈິງ. ຕາມ​ທ່ານ​ແລ້ວ, ມຽນມາ ຕ້ອງ​ຮັກສາ​ຄວາມ​ກະຈາ​ງ​ແຈ້ງ​ສຳລັບ​ວິວັດ​ການ​ປະກາດ​ໝາກຜົນທີ່​ພວມ​ດຳ​ເນີນ​ໄປ. ຕາມ​​ແຜນການ, ບັນດາ​ນັກ​ສັງ​ເກດ​ການ​ອີ​ຢູ ຈະ​ສືບ​ຕໍ່​​ເຄື່ອນ​ໄຫວຢູ່​ມຽນມາ ຮອດ​ເດືອນ 12 ​​ເພື່ອ​ຍົກ​ອອກ​ບົດ​ລາຍງານ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​ນີ້.

      ​ແລະ​ກໍໃນວັນ​ດຽວ​ກັນ, ຄະນະ​ກຳມະການ​ເລືອກ​ຕັ້ງສະຫະພາບລັດ​ມຽນມາ (MUEC) ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ 179 ທີ່​ນັ່ງ​ສະມາຊິກ​ລັດຖະສະພາຕື່ມ​ອີກ ຢູ່ 3 ຂັ້ນ​ແມ່ນ ສະພາ​ສູງ, ສະພາ​ຕໍ່າ ​ແລະ ລັດຖະສະພາ​ເຂດ ​ຫຼື ລັດ.

ຂ່າວ/ບົດ​ອື່ນ