ອີຢູຢັ້ງຢືນເຄົາລົບຄຳໝັ້ນສັນຍາກັບຕວກກີ

ອີຢູຢັ້ງຢືນເຄົາລົບຄຳໝັ້ນສັນຍາກັບຕວກກີ - ảnh 1
ປະທານ EC Jean-Claude Juncker ກ່າວຄຳເຫັນໃນການປະຊຸມຂ່າວຢູ່ ປຣຸກແຊນ, ປະເທດ ແບນຊິກ ໃນວັນທີ 19/7
 (ພາບ: ສຳນັກຂ່າວສານ ຊິນຮວາ/ ສຳນັກຂ່າວສານ ຊິນຮວາ)


(vovworld) – ວັນທີ 26/7, ​ໂຄສົກ​ຄະນະ​ກຳມະການ​​ເອີ​ລົບ (EC) Margaritis Schinas ຢັ້ງຢືນວ່າ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ເຄົາລົບ​ບັນດາ​ຄຳ​ໝັ້ນ​ສັນຍາ​ການ​ເງິນ​ໃນ​ຂ້ໍ້ຕົກລົງ ອີ​ຢູ - ຕວກກີ. ຖະ​ແຫຼ​ງການ​ນີ້​ເພື່ອ​ແນ​ໃສ່​​ໂຕ້ຕອບ​​ຄຳ​ກ່າວ​ຫາ​ຂອງ​ທ່ານ​ປະທານາທິບໍດີ ຕວກກີ Recep Tayyip Erdogan ​ໃນ​ວັນ​ທີ 25/7 ທີ່​ວ່າ: ອີ​ຢູ ບໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ຂໍ້​ຕົກລົງ​ທ່ີ 2 ຝ່າຍ​ເຊັນ​ກັນ​ກ່ຽວ​ກັບ​ເລື່ອງ​ນຳ​ເອົາຊາວ​ອົບ​ພະຍົບ ຊີຣີ ກັບ​ຄືນ​ຜ່ານ​ທະ​ເລ Aegean ​ແລະ ຖື​ວ່າ​ມາ​ຮອດ​ປະຈຸ​ບັນ, ຕວກກີ ຍັງບໍ່​ທັນ​ໄດ້​ຮັບ​ບໍ່​ວ່າການ​ໜູນ​ຊ່ວຍ​ໃດ​ຈາກ ອີ​ຢູ. ທ່ານ Schinas ​ໃຫ້​ຮູ້​ວ່າ ອີ​ຢູ ​ໄດ້​ລະດົມ​ເງິນຈຳນວນ​ 3 ລ້ານ​ເອີ​ໂຣ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍຊາວ​ອົບ​ພະຍົບ ຕວກກີ ​ແລະ ມີ​ປະມານ 740 ລ້ານ ​ເອີ​ໂຣ ​ໄດ້​ສະໜອງ​ແລ້ວ. ​ໂຄສົກ​ EC ​ໄດ້​ເນັ້ນ​ໜັກ​ວ່າ: EC ພວມ​ກະກຽມ​ຮັບຮອງ​ເອົາ​ມາດ​ຕະການ​ພິເສດ​ເພື່ອ​ສະໜອງ​​ເງິນຈຳ​ນວນ 1,4 ຕື້ ​ເອີ​ໂຣ, ຍົກ​ຈຳນວນລາຍ​ຈ່າຍນີ້​ຂຶ້ນ​ເຖິງ 2,1 ຕຶ້ ​ເອີ​ໂຣ ​ແຕ່​ນີ້​ຮອດ​ທ້າຍ​ເດືອນ. ທ່ານ Schinas ຢັ້ງຢືນ​ວ່າ ອີ​ຢູ ຍັງຮັກສາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ​ແລະ ​ແຫຼ່ງທຶນ​ທີ່ ອີ​ຢູ ສະໜອງ​ເພື່ອ​ໜູນ​ຊ່ວຍ​ຊາວ​ອົບ​ພະຍົບ ຫາກ​ບໍ່​ແມ່ນ​​ໃຫ້ ຕວກກີ ​ແລະ ລັດຖະບານ​ປະ​ເທດ​ນີ້.


ຂ່າວ/ບົດ​ອື່ນ