ອີຢູເປິດກ້ວາງບັນຊີລາຍຊື່ການລົງໂທດລັດເຊຍ

(VOVWORLD) - ພາຍຫຼັງປຶກສາຫາລື, ອີຢູ ໄດ້ຕົກລົງຈັດວາງບັນດາຄຳສັ່ງລົງໂທດແນໃສ່ພົນລະເມືອງລັດເຊຍ 3 ຄົນ

ອີຢູເປິດກ້ວາງບັນຊີລາຍຊື່ການລົງໂທດລັດເຊຍ - ảnh 1 ກຳມະກອນເຮັດວຽກຢູ່ບໍລິສັດ Siemens

(ພາບ: EPA/ TTXVN)

ວັນທີ 4 ສິງຫາ, ສະຫະພາບເອີລົບ (ອີຢູ) ໄດ້ຕົກລົງເພີ່ມເຕີມບັນດາບຸກຄົນ ແລະ ບໍລິສັດ ລັດເຊຍ ເຂົ້າບັນຊີລາຍຊື່ລົງໂທດຕື່ມອີກຍ້ອນກ່ຽວຂ້ອງເຖິງເລື່ອງສົ່ງບັນດາຕວກບິນອາຍແກັດຂອງ ກຸ່ມບໍລິສັດ Siemens ເຖິງແຫຼມ Crimea ທີ່ໄດ້ໂຮມເຂົ້າລັດເຊຍ ຄືນໃໝ່, ເຊິ່ງແມ່ນເຂດທີ່ເຄີຍຖືກຜົນກະທົບຈາກບັນດາຄຳສັ່ງລົງໂທດຂອງ ອີຢູ. ພາຍຫຼັງປຶກສາຫາລື, ອີຢູ ໄດ້ຕົກລົງຈັດວາງບັນດາຄຳສັ່ງລົງໂທດແນໃສ່ພົນລະເມືອງລັດເຊຍ 3 ຄົນ, ໃນນັ້ນມີທ່ານ Andrei Cherezov, ຮອງລັດຖະມົນຕີກະຊວງພະລັງງານ ລັດເຊຍ ແລະ ເຈົ້າໜ້າທີ່ສັງກັດກະຊວງນີ້, ພ້ອມກັບ 3 ບໍລິສັດລັດເຊຍ ກ່ຽວຂ້ອງເຖິງເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ