ອີຢູເພີ່ມທະວີການພົວພັນ ດ້ານການຄ້າກັບອາຊຽນ


ອີຢູເພີ່ມທະວີການພົວພັນ ດ້ານການຄ້າກັບອາຊຽນ - ảnh 1

ທ່ານ Karel Da Gucht

(ພາບ: ukipdaily.com)

 (vovworld)- ​ ທ່ານ Karel Da Gucht ກຳມະການ​ເອີ​ລົບ​ຮັບຜິດຊອບ​ດ້ານ​ການ​ຄ້າ ຈະ​ໄປ​ຢ້ຽມຢາມ​ປະ​ເທດ​ອາ​ຊຽນ ຈຳນວນ​ໜຶ່ງ​ຄື: ຫວຽດນາມ, ກຳປູ​ເຈຍ, ມຽນມາ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າ​ງສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ ອາ​ຊຽນ. ຂ່າວ​ຈາກ​ຄະນະ​ກຳມະ​ການ​ເອີ​ລົບ (ອີ​ຊີ) ​ໃຫ້​ຮູ້​ວ່າ: ທ່ານ Karel Da Gucht ຈະ​ໄປຢ້ຽມຢາມຫວຽດນາມ, ກຳປູ​ເຈຍ, ມຽນມາ ​ແຕ່​ວັນ​ທີ 17-20/3 ​ແລະ ຈະ​ພົບ​ປະ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງຂອງ​ສາມ​ປະ​ເທດ​ເຫຼົ່ານັ້ນ. ການ​ມາ ຢ້ຽມຢາມ​ຮ່າ​ໂນ້ຍ ຂອ​ງທ່ານ​ກົງ​ກັບ​ໂອກາດ​ຈັດ​ຮອບ​ເຈລະຈາ​ຄັ້ງທີ 7 ສັນຍາ​ການ​ຄ້າ​ເສລີລະຫວ່າງ​ຫວຽດນາມ-​ອີ​ຢູ (FTA). ທ່ານ Karel Da Gucht ຈະ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູ້ຮຸຍ​ຮ່ວາງ. ຮອບ​ເຈລະຈາ​ຄັ້ງທີ 7 ສັນຍາ​ການ​ຄ້າ​ເສລີລະຫວ່າງ​ຫວຽດນາມ-​ອີ​ຢູ (FTA) ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ ແຕ່​ວັນ​ທີ 17-21/3. ສອງ​ຝ່າຍ​ຫວັງ​ວ່າ ​ເມື່ອ​ສັນຍາ​ດັ່ງກ່າວ​ມີ​ຜົນ​ສັກສິດ, ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ​ລະຫວ່າງ​ຫວຽດນາມ-​ອີ​ຢູ ຈະ​ເປີດ​ແງ່​ຫວັງ​ຫຼາຍ​ຢ່າງ​ໃຫ້​ແກ່​ວິ​ສາ​ຫະກິດ​ສອງ​ຝ່າຍ./.

ຂ່າວ/ບົດ​ອື່ນ