ອີຢູເພີ່ມທະວີການລົງໂທດສປປ.ເກົາຫຼີ

ອີຢູເພີ່ມທະວີການລົງໂທດສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ວັນ​ທີ 27/02, ​ສະ​ພາ​ເອີ​ລົບ ໄດ້​ປະ​ກາດ​ເລື່ອງ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ສຳ​ລັບ​ສ​ປ​ປ.ເກົາ​ຫຼີ. ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ລວມ​ມີ​ການ​ຈຳ​ກັດ​ການ​ພົວ​ພັນ​ຄ້າ​ຂາຍຖ​່ານ​ຫີນ, ​ເຫຼັກ​ກ້າ ແລະ ແຮ່​ທາດ ພ້ອມ​ກັບ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າທອງ, niken, ເງິນ, ຮູບ​ປັ້ນ ທີ່​ມາ​ຈາກ​ສ​ປ​ປ.ເກົາ​ຫຼີ. ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ກໍ່ລວມ​​ມີ​ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ​ເຮືອ​ບິນ​ເອ​ລີ​ກອບ​ເຕີ ແລະ ກ່ຳ​ປັ່ນ​ເຖິງ​ສ​ປ​ປ.ເກົາ​ຫຼີ. ເລື່ອງ​ເພີ່​ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດກໍ່​ມີ​ຜົນສັກ​ສິດ​ສຳ​ລັບ​ບັນ​ດາ​ຂົງ​ເຂດຄົມ​ມະ​ນາ​ຄົມ ແລະ ການ​ເງິນ​ຄື: ຫ້າມ​ບັນ​ດາ​ຄະ​ນະ​​ຜູ້​ແທນ​ທຸ​ຕາ​ນຸ​ທູດ ແລະ ບັນ​ດາ​ນັກ​ການ​ທູດ​ສ​ປ​ປ.ເກົາ​ຫຼີ ເປີດກວ່າ​ໜຶ່ງບັນ​ຊີ​ເງິນ​ຟາກຢູ່​ບັນ​ດາ​ທະ​ນາ​ຄານ​ຂຶ້ນ​ກັບ​ບັນ​ດາ​ປະ​ເທດ ອີ​ຢູ, ພ້ອມ​ທັງ​ຈຳ​ກັດ​ປະ​ເທດນີ້​​ມີກຳ​ມະ​ສິດ​​ນຳ​ໃຊ້ບັນ​ດາ​ອະ​ສັງ​ຫາ​ລິ​ມະ​ຊັບ​ຢູ່​ອີ​ຢູ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ວົງ​ການ​ເຈ​ົ້າ​ໜ​້າ​ທີ່​ຂັ້ນ​ສູງ​ຂອງ​ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ສ.ເກົາ​ຫຼີ ໄດ້​ຈັດ​ກອງ​ປ​ະ​ຊຸມ​ຢູ່​ວໍ​ຊິງ​ຕັນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ສະ​ໜອງ​ດ້ານ​ກາ​ນ​ເງິນ​ໃຫ້​ບັນ​ດາ​ໂຄງ​ການອ​າ​ວຸດ​ຂອງ​ສ​ປ​ປ.ເກົາ​ຫຼີ.

ຂ່າວ/ບົດ​ອື່ນ