ອີຢູແບ່ງປັນກັບຫວຽດນາມກ່ຽວກັບບັນດາຄວາມເສຍຫາຍໂດຍພາຍຸ Damrey ກໍ່ຂຶ້ນ

(VOVWORLD) -ວັນທີ 08 ພະຈິກ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (ອີຢູ) ກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ Federica Mogherini ແລະ ຂ້າຫຼວງໃຫຍ່ອີຢູ ຜູ້ຮັບຜິດຊອບການໜູນຊ່ວຍມະນຸດສະທຳ ແລະ ຄຸ້ມຄອງວິກິດການ Christos Stylianides ໄດ້ຍົກອອກຖະແຫຼງການຮ່ວມ ແບ່ງປັນກັບຫວຽດນາມ

ອີຢູແບ່ງປັນກັບຫວຽດນາມກ່ຽວກັບບັນດາຄວາມເສຍຫາຍໂດຍພາຍຸ Damrey ກໍ່ຂຶ້ນ - ảnh 1

 ທ່ານນາງ Federica Mogherini

(ພາບປະກອບ: TTXVN)

ກ່ຽວກັບຄວາມເສຍຫາຍໂດຍພາຍຸ Damrey ກໍ່ຂຶ້ນ. ຖະແຫຼງການໄດ້ເນັ້ນໜັກວ່າ: ອີຢູ ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ແລະ ລັດຖະບານຫວຽດນາມ ໃນຈຸດເວລທີ່ຫຍຸ້ງຍາກນີ້, ພິເສດແມ່ນບັນດາກຳລັງກູ້ໄພກູ້ຊີບ ແລະ ຮັບມືກັບສະພາບການຢ່າງຮີບດ່ວນຊ່ວຍບັນດາຜູ້ຖືກເຄາະຮ້າຍໂດຍກົງ ແລະ ແກ້ໄຂຜົນເສຍຫາຍດ້ານເຮືອນຢູ່, ສະໜອງທັນຍາຫານ ແລະ ຟື້ນຟູພື້ນຖານໂຄງລ່າງ.

        ຖະແຫຼງການກໍ່ໃຫ້ຮູ້ວ່າ, ອີຢູ ພວມຕິດຕໍ່ກັບບັນດາອຳນາດການປົກຄອງ ແລະ ພ້ອມແລ້ວທີ່ຈະຊ່ວຍເຫຼືອຫວຽດນາມ ແກ້ໄຂຜົນຮ້າຍຍ້ອນຫຼັງໂດຍພາຍຸກໍ່ຂຶ້ນ. ປະຈຸບັນ, ສູນປະສານງານຮັບມືຮີບດ່ວຍ 24/7 ຂອງອີຢູ ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ໃນຊຸມມື້ຈະມາເຖິງ ຈະຈັດສົ່ງຄະນະປະຕິບັດງານມາຫວຽດນາມ ເພື່ອຕີລາຄາກ່ຽວກັບຄວາມເສຍຫາຍ ແລະ ຊອກຮູ້ບັນດາຄວາມຕ້ອງການຊ່ວຍເຫຼືອຈາກຝ່າຍລັດຖະບານຫວຽດນາມ ໃນຄວາມມານະພະຍາຍາມແກ້ໄຂຜົນຮ້າຍຍ້ອນຫຼັງຈາກໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ